Sunday, September 22, 2024
Homeຂ່າວການເມືອງ6 ທົດສະວັດ ແຫ່ງການພົວພັນ ລາວ-ມົງໂກລີ, ປະຫວັດສາດ ແລະ ຍຸກສະໄໝໃໝ່

6 ທົດສະວັດ ແຫ່ງການພົວພັນ ລາວ-ມົງໂກລີ, ປະຫວັດສາດ ແລະ ຍຸກສະໄໝໃໝ່

ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ມົງໂກລີ ປະຈໍາລາວ ຈັດປາຖະກະຖາ ເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022) ໃນ ວັນທີ 13 ທັນວາ 2022, ພາຍໃຕ້ຫົວຂໍ້: “6 ທົດສະວັດ ແຫ່ງການພົວພັນລາວ-ມົງໂກລີ, ປະ ຫວັດສາດ ແລະ ຍຸກສະໄໝໃໝ່” ໂດຍການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ບັນຍາຍໂດຍ ທ່ານ ບຽມບາຊູເຣັນ ຈຳສຣັງ (J. BYAMBASUREN), ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາລາວ. ນອກນີ້, ຍັງມີບັນດາຜູ້ເຂົ້າຮ່ວມຈາກສະຖານທູດມົງໂກລີ, ນັກສຶກສາ ແລະ ຄົນເຊື້ອຊາດມົງໂກລີ, ຄະນະກົມພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຜູ້ຕ່າງໜ້າຈາກບັນດາກະຊວງອ້ອມຂ້າງສູນກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດປາຖະກະຖາໃນຄັ້ງນີ້, ເປັນການປະກອບສ່ວນໃນຂະບວນການສະເຫລີມສະ ຫລອງປີແຫ່ງການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄົບຮອບ 60 ປີ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ. ພ້ອມນັ້ນ, ກໍເປັນການແລກປ່ຽນທັດສະນະຮ່ວມກັນ ດ້ານນະໂຍບາຍການຕ່າງປະເທດ ທີ່ທັງສອງຝ່າຍ ລາວ ແລະ ມົງໂກລີ ຮ່ວມກັນຈັດຕັ້ງປະຕິບັດ ຕະຫລອດ 60 ປີ ທີ່ຜ່ານມາ ແລະ ມີຄວາມຊົງຈໍາທີ່ດີດ້ານການທູດຮ່ວມກັນ ຢ່າງສະເໝີຕົ້ນສະເໝີປາຍ. ນອກນີ້, ຍັງເປັນການຮັບຟັງນະໂຍບາຍການຕ່າງປະເທດຂອງມົງໂກລີ ຕໍ່ພາກພື້ນ ອາຊຽນ ກໍຄື ສປປ ລາວ.

ພິທີປາຖະກະຖາໃນຄັ້ງນີ້, ເປັນໜຶ່ງໃນ 12 ກິດຈະກໍາຮ່ວມກັນ ລະຫວ່າງ ລາວ-ມົງໂກລີ ເພື່ອຮັດແໜ້ນການຮ່ວມມືຂອງສອງຊາດ. ສະນັ້ນ, ໃນພິທີກ່າວເປີດກອງປະຊຸມ, ທັງສອງຝ່າຍ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງສອງຊາດ ທີ່ເປັນທັງປະຫວັດສາດ ແລະ ການຮ່ວມມືກັນພັດທະນາໃນຍຸກສະໄໝໃໝ່ ຕະຫລອດ 6 ທົດສະວັດ ຜ່ານມາ ແລະ ຈະສືບຕໍ່ຮັດແໜ້ນຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ ອັນໄດ້ສະແດງອອກ ຈາກການເດີນທາງຢ້ຽມ ຢາມສັນຖະວະໄມຕີ ແລະ ພົບປະທາງລັດຖະການຂອງການນໍາຂັ້ນສູງສອງຝ່າຍ ລາວ-ມົງໂກລີ ຢ່າງເປັນປົກກະຕິ, ເພື່ອປຶກສາຫາລື ແລະ ແລກປ່ຽນບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາ ລາວ ຍັງໄດ້ເລົ່າຄືນປະຫວັດສາດທີ່ດີງາມຂອງສອງຊາດ ແລະ ເຜີຍແຜ່ແນວທາງນະໂຍບາຍການຮ່ວມມືໃນດ້ານຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອເປັນແຮງຊຸກຍູ້ ແລະ ສະໜັບກະໜູນກັນໃນເວທີພາກພື້ນ ແລະ ສາກົນ ຢ່າງຕໍ່ເນື່ອງ; ດ້ານການສຶກສາ ລັດຖະບານ ມົງໂກລີ ກໍໄດ້ເອົາໃຈໃສ່ຊຸກຍູ້ການພັດທະນາຊັບພະຍາກອນມະນຸດ ໂດຍໄດ້ໃຫ້ທຶນ ແກ່ນັກຮຽນລາວເປັນປະຈໍາທຸກປີ ໃນຫລາຍສາ ຂາວິຊາ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຕໍ່ໄປໃນອະນາຄົດ.

ໂອກາດດຽວກັນ, ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ S. ENKHBOLD, ລັດຖະມົນຕີກະຊວງສາທາລະນະສຸກມົງໂກລີ, ພ້ອມດ້ວຍ ທ່ານ ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາລາວ ແລະ ບັນດາກົມພາຍໃນກະຊວງການຕ່າງປະເທດ, ກະຊວງອ້ອມຂ້າງສູນກາງ ແລະ ຂະແໜງການກ່ຽວຂ້ອງອື່ນໆ ທີ່ໄດ້ມາຮ່ວມຮັບຟັງ 6 ທົດສະວັດ ແຫ່ງການພົວພັນການທູດ ທີ່ມີປະຫວັດສາດອັນດີງາມ ແລະ ການຮ່ວມມືໃນຍຸກສະໄໝໃໝ່ ຂອງສອງຊາດ ທີ່ຈະຍັງຄົງສືບຕໍ່ ແລະ ຍາວນານຕໍ່ໆໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments