ກົດໝາຍວ່າດ້ວຍພິພິທະພັນມີຄວາມສຳຄັນໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານພິພິທະພັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງເປັນລະບົບຖືກຕ້ອງແນໃສ່ສະສົມທ້ອນໂຮມ, ອະນຸລັກ, ປົກປັກຮັກສາ, ຟື້ນຟູວັດຖຸພັນ, ພັດທະນາ ແລະ ສົ່ງເສີມວຽກງານພິພິທະພັນ ແລະ ປູກຈິດສຳນຶກໃຫ້ປະຊາຊົນລາວບັນດາເຜົ່າມີນໍ້າໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດເປັນພື້ນຖານທາງດ້ານຈິດໃຈສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຂຶ້ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍພິພິທະພັນ ຊຶ່ງເປັນກົດໝາຍສ້າງໃໝ່ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 14 ທັນວາ ນີ້ ພາຍໃຕ້ການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ.

ທ່ານນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍວ່າດ້ວຍພິພິທະພັນ, ໃນຂະບວນວິວັດຂອງການເຊື່ອມໂຍງກັບສາກົນ, ການເຂົ້າເປັນສະມາຄົມອາຊຽນ ແລະ ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກໂດຍສະເພາະໃນທ້າຍປີ 2015 ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ສັດຕະຍາບັນເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມ, ສະກັດກັ້ນ, ການນຳເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງວັດທະນະທໍາທີ່ຜິດກົດໝາຍ ຫຼື (ສົນທິສັນຍາສາກົນ 1970 ) ແລະ ສົນທິສັນຍາສາກົນວ່າດ້ວຍຊັບສິນທາງວັດທະນະທໍາທີ່ຖືກລັກລອບ ຫຼື ສົ່ງອອກຜິດກົດໝາຍ ຫຼື (ສົນທິສັນ ຍາສາກົນ 1995 ) ສະນັ້ນ, ມັນຈຶ່ງເລັ່ງທວງໃຫ້ລັດເຮົາມີຄວາມຈຳເປັນຕ້ອງມີກົດໝາຍວ່າດ້ວຍພິພິທະພັນທີ່ສອດຄ່ອງ, ຮັດກຸມ, ຄົບຖ້ວນ, ສາມາດແຂ່ງຂັນ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍຫັນເອົາເນື້ອໃນຂອງສົນທິສັນຍາດັ່ງກ່າວເຂົ້າມາໃສ່ໃນການສ້າງຮ່າງກົດໝາຍວ່າດ້ວຍພິພິທະພັນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພິພິທະພັນມີຄວາມສອດຄ່ອງ, ຮັດກຸມ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການດຶງດູດການຮ່ວມມື ແລະ ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າໃນຂົງເຂດວຽກງານພິພິທະພັນ, ຮ່າງກົດໝາຍວ່າດ້ວຍພິພິທະພັນປະກອບມີ: 10 ພາກ 10 ໝວດ 66 ມາດຕາ,

ທ່ານກ່າວຕື່ມວ່າ: ຖ້າຫາກວ່າຮ່າງກົດໝາຍສະບັບນີ້ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຄາດວ່າຈະໄດ້ຮັບຜົນດັ່ງນີ້: 1) ເປັນບ່ອນອີງທາງດ້ານນິຕິກຳທີ່ເປັນເອກະພາບໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານພິພິທະພັນໃຫ້ມີຄວາມສອດຄ່ອງ, ຮັດກຸມ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການດຶງດູດການຮ່ວມມື ແລະ ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງ ປະເທດເຂົ້າໃນຂົງເຂດວຽກງານພິພິທະພັນ; 2) ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນເຫັນໄດ້ເຖິງນະໂຍບາຍອັນຈະແຈ້ງຂອງພັກ ແລະ ລັດຖະບານໃນການຄຸ້ມຄອງພິພິທະພັນໃນການສະສົມທ້ອນໂຮມວັດຖຸພັນ, ການອະນຸລັກປົກປັກຮັກສາວັດຖຸພັນ, ຈັດວາງສະແດງວັດຖຸພັນ ແລະ ໂຄສະນາເຜີຍແຜ່ວັດຖຸພັນລວມທັງມາດຕະການຕ່າງໆເພື່ອຮັກສາວັດຖຸພັນທີ່ມີຄຸນຄ່າສູງ, ໂດດເດັ່ນທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ; 3) ເປັນບ່ອນອີງໃນການຕ້ານ, ສະກັດກັ້ນ ແລະ ຈຳກັດການລັກລອບຄ້າຂາຍວັດຖຸບູຮານອັນລໍ້າລ່າທີ່ຫາຍາກ ແລະ ຊັບສົມບັດທີ່ມີຄຸນຄ່າສູງທາງດ້ານວັດທະນະທຳ, ປະຫວັດສາດໃຫ້ເປັນສົມບັດຂອງວົງຄະນາຍາດຂອງຊາດສືບຕໍ່ໄປ; 4) ເປັນເຄື່ອງມື ແລະ ບ່ອນອີງທີ່ສຳຄັນ, ເໝາະສົມໃຫ້ອົງການທີ່ຮັບຜິດຊອບວຽກງານການຄຸ້ມຄອງພິພິທະພັນມະຫາພາກໃນການທວງຄືນບັນດາວັດຖຸພັນ, ວັດຖຸບູຮານອັນລ້ຳຄ່າທີ່ຫາຍາກ ແລະ ຊັບສົມບັດທີ່ມີຄຸນຄ່າສູງທາງດ້ານວັດທະນະທຳ, ປະຫວັດສາດຂອງຊາດຖືກລັກລອບ ຫຼື ຖືກນໍາອອກໄປນອກປະເທດແບບຜິດກົດໝາຍກັບບັນດາປະເທດລັດພາຄີທີ່ສປປ ລາວ ໄດ້ເຂົ້າຢູ່ໃນສົນທິສັນຍາສາກົນ; 5) ສາມາດຍາດແຍ່ງການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ, ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດທີ່ຈະໃຫ້ການປະກອບສ່ວນທຶນຮອນໃຫ້ແກ່ວຽກງານພິພິທະພັນດ້ວຍຄວາມໝັ້ນໃຈ.

ຂ່າວ: ພູວັນ, ພາບ: ສຳນານ

LEAVE A REPLY

Please enter your comment!
Please enter your name here