ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີສົນທະນາການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງຈັດຂຶ້ນໃນວັນທີ 13 ທັນວາ ຜ່ານມາ ທີ່ນະຄອນໂຮ່ຈິມິນ ໂດຍມີທ່ານ ຫງວຽນ ວັນ ເນນ ເລຂາຄະນະພັກ ນະຄອນໂຮ່ຈິມິນ; ທ່ານ ຟາມ ວັນມາຍ ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ພ້ອມດ້ວຍ ບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ຂອງ ສປປ ລາວ, ການນຳຂອງແຂວງຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ ແລະ ຈຳປາສັກ ຕະຫຼອດຮອດ ບັນດານັກທຸລະກິດ ຫວຽດນາມ ແລະ ລາວ ເຂົ້າຮ່ວມ.

ການຈັດກອງປະຊຸມເວທີສົນທະນາຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນພິເສດ ເນື່ອງຈາກເປັນໄລຍະເວລາ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກຳລັງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ, ເປັນການປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເກີດດອກອອກຜົນບໍ່ຢຸດຢັ້ງ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນໂອກາດອັນດີໃຫ້ແກ່ພາກລັດຂອງລາວ ໄດ້ຮັບຟັງຄຳສະເໜີ ແລະ ເກັບກໍາເອົາບັນດາຄໍາຄິດຄຳເຫັນຕ່າງໆ ຈາກພາກທຸລະກິດ, ຜູ້ລົງທຶນຈາກ ສສ ຫວຽດນາມ ນໍາໄປຄົ້ນຄວ້າ ເພື່ອປັບປຸງສະພາບແວດລ້ອມ ແລະ ການອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ການລົງທຶນ ຢູ່ໃນ ສປປ ລາວ, ລວມທັງຊຸກຍູ້ຕິດຕາມ ແລະ ຊ່ວຍເຫຼືອ ໃຫ້ບັນດານັກທຸລະກິດ ສາມາດເຂົ້າມາລົງທຶນໃນ ສປປ ລາວ ໄດ້ຢ່າງສະດວກວ່ອງໄວຂຶ້ນ; ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມຄັ້ງນີ້ ບັນດາບໍລິສັດ ຈະໄປຮ່ວມມື ລົງທຶນ ຢູ່ ສປປ ລາວ ຫຼາຍຂຶ້ນ ສົມກັບການຮ່ວມມືດ້ານການເມືອງ ຂອງສອງປະເທດ ທີ່ຢູ່ໃນລະດັບສູງ ໃນປັດຈຸບັນ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະເໜີ ແລະ ແລກປ່ຽນຕໍ່ກອງປະຊຸມຕື່ມບາງດ້ານ ເປັນຕົ້ນ ໃນເງື່ອນໄຂປັດຈຸບັນ ສປປ ລາວ ໄດ້ນໍາໃຊ້ທີ່ຕັ້ງ ແລະ ທ່າແຮງຫຼາຍດ້ານ ເພື່ອດຶງດູດການລົງທຶນທັງຈາກ ທັງພາຍໃນ ແລະ ຕ່າງປະເທດ, ຄຽງຄູ່ກັບການປັບປຸງຂອດຂັ້ນ, ກົນໄກ ແລະ ບັນດານິຕິກຳ ໃນການດຳເນີນທຸລະກິດ ແລະ ການລົງທຶນ ໃຫ້ມີຄວາມຮັດກຸມ, ກະທັດຮັດ, ວ່ອງໄວ ແລະ ໂປ່ງໄສ ລວມທັງ ໄດ້ກໍານົດໄວ້ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ໄດ້ມີຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ໃຫ້ດີຂຶ້ນເປັນກ້າວໆ ເປັນຕົ້ນ ລະບົບເສັ້ນທາງ, ທາງດ່ວນ, ທາງລົດໄຟ, ສະໜາມບິນ, ທ່າບົກ, ຂົວຂ້າມ ລະຫວ່າງປະເທດ ແລະ ອື່ນໆ ເພື່ອເຮັດໃຫ້ການເຊື່ອມໂຍງ-ເຊື່ອມຈອດ ກັບບັນດາປະເທດ ໃນພາກພື້ນ, ວຽກງານໂລຈິດສະຕິກ, ການຂົນສົ່ງສິນຄ້າ ແລະ ການເດີນທາງຂອງປະຊາຊົນ ມີຄວາມສະດວກ ແລະ ວ່ອງໄວຂຶ້ນ, ເປັນປັດໄຈສໍາຄັນໃຫ້ແກ່ການຂັບເຄື່ອນເສດຖະກິດ ແລະ ຊຸກຍູ້ໃຫ້ຂະແໜງການອື່ນໆ ມີການຂະຫຍາຍຕົວ, ສາມາດດຶງດູດເອົາການລົງທຶນໂດຍກົງຈາກຕ່າງປະເທດ ເຂົ້າມາໃນ ສປປ ລາວ ຫຼາຍຂຶ້ນ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເຖິງວ່າສະພາບແວດລ້ອມຫຼາຍດ້ານຈະບໍ່ອໍານວຍ, ແຕ່ໂດຍລວມແລ້ວ ກໍມີຫຼາຍດ້ານ ທີ່ມີຄວາມຕັ້ງໜ້າ ແລະ ຜົນສໍາເລັດເປັນຢ່າງດີ ລວມທັງເປົ້າໝາຍການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ ຊຶ່ງລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການລົງທຶນ ໃນຂະແໜງກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງ, ການທ່ອງທ່ຽວວັດທະນະທໍາ ແລະ ອະນຸລັກທໍາມະຊາດ, ພະລັງງານສະອາດ (ເປັນຕົ້ນ ພະລັງງານໄຟຟ້ານໍ້າຕົກ, ພະລັງງານລົມ ແລະ ແສງຕາເວັນ) ລວມເຖິງ ການຊຸກຍູ້ຂະແໜງອຸດສາຫະກໍາຜະລິດພາຫະນະຂົນສົ່ງທີ່ນໍາໃຊ້ພະລັງງານສະອາດ; ພ້ອມທັງ ໄດ້ພະຍາຍາມສົ່ງເສີມຂະແໜງນະວັດຕະກໍາໃໝ່ ໃຫ້ສອດຄ່ອງກັບອຸດສາຫະກໍາ 4.0 ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດ, ໂລຈິສຕິກ, ຕົວເມືອງທັນສະໄໝ (Smart City), ການອໍານວຍຄວາມສະດວກ ດ້ານການຂົນສົ່ງ ແລະ ຂະແໜງ SME.

ນອກຈາກນີ້, ໃນວາລະດໍາເນີນກອງປະຊຸມ ຍັງໄດ້ມີການສົນທະນາ ແລກປ່ຽນຄຳຄິດເຫັນ ລະຫວ່າງ ພາກທຸລະກິດ ຂອງຫວຽດນາມ ແລະ ພາກລັດ ຂອງ ສປປ ລາວ ຕື່ມອີກ. ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນສູງ ຂອງຝ່າຍລາວ ແລະ ຫວຽດນາມ ຍັງໄດ້ເປັນສັກຂີພິຍານ ພິທີລົງນາມ ເຊັນບົດບັນທຶກ (MOU) ຈຳນວນ 17 ໂຄງການ, ລວມມູນຄ່າ 3.825,45 ຕື້ດົງ (ສະກຸນເງິນຫວຽດນາມ).

ໃນໄລຍະເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວໄປຢ້ຽມຢາມສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຕົວເມືອງຖູດຶກ ຊຶ່ງໄດ້ຮັບການສ້າງຕັ້ງເປັນຕົວເມືອງ ທີ່ຂຶ້ນກັບສູນກາງ ຕາມມະຕິຕົກລົງຂອງສະພາແຫ່ງຊາດ ສສ ຫວຽດນາມ ໃນທ້າຍປີ 2020.

ຂ່າວ: ຫສນຍ

LEAVE A REPLY

Please enter your comment!
Please enter your name here