Sunday, September 22, 2024
Homeຂ່າວການເມືອງສກລ ປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ

ສກລ ປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ

ສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຈັດພິທີປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຂຶ້ນໃນວັນທີ 12 ທັນວາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ມີທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສກລ ແລະ ມີສະມາຊິກກຳມະບານຈາກບັນດາກະຊວງ – ອົງການອ້ອມຂ້າງສູນກາງ ເຂົ້າຮ່ວມຮັບຟັງ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມສຳຄັນຂອງວັນຊາດທີ 2 ທັນວາ ຊຶ່ງເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວ, ເປັນວັນທີ່ປະຊາຊົນບັນດາເຜົ່າໄດ້ມີອິດສະຫຼະພາບເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີສາກົນ ໂດຍການສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດ, ປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານພວກຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຢ່າງມີໄຊ ແລະ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພ້ອມນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ປາຖະກະຖາວັນວັນເກີດຂອງປະທານ ໄກສອນ ພົມວິຫານ ໂດຍໄດ້ຍົກໃຫ້ເຫັນ ຊີວິດ, ການເຄື່ອນໄຫວ, ຜົນງານ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ໃນພາລະກິດປົກປັກຮັກສາປະເທດຊາດ.

ການປະຖະກະຖາໃນຄັ້ງນີ້, ເພື່ອໃຫ້ສະມາຊິກກຳມະບານຈາກບັນດາກະຊວງ-ອົງການ ແລະ ອ້ອມຂ້າງ ສກລ ໄດ້ທົບທວນຄືນມູນເຊື້ອ ແລະ ໄຊຊະນະຂອງພາລະກິດແຫ່ງການປົດປ່ອຍຊາດໃນເມື່ອກ່ອນ ກໍຄືຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກ-ລັດ ແລະ ຖືເອົາໂອກາດນີ້, ເປັນການເພີ່ມທະວີສຶກສາອົບຮົມພະນັກງານ, ສະມາຊິກພັກ, ສະມາຊິກກຳມະບານ ກ່ຽວກັບນໍ້າໃຈຮັກຊາດ, ມູນເຊື້ອຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນລາວ, ເພື່ອຮໍ່າຮຽນເອົາຄຸນງາມຄວາມດີ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດ, ຖືເອົາແນວຄິດ ໄກສອນ ພົມວິຫານ ເປັນທິດນຳໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments