(ສພຊ) ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກິລັງ ດິລາຟາຣາເຣດ ຮອງປະທານກໍາມາທິການຮ່ວມມືລັດຖະສະພາສາກົນ, ສະພາຜູ້ແທນປະຊາຊົນ ແຫ່ງ ສ ອິນໂດເນເຊຍ ພ້ອມດ້ວຍຄະນະ ໃນວັນທີ 12 ທັນວາ ຜ່ານມາ ທີ່ສະພາແຫ່ງຊາດ.

ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າສະພາແຫ່ງຊາດລາວ ສະແດງຄວາມຍິນດີຕ້ອນຮັບ ທ່ານ ກິລັງ ດິລາຟາຣາເຣດ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃນບັນຍາກາດທີ່ສອງປະເທດພວມມີການຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງ ວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ (30/8/1957-30/8/2022) ແລະ ໄດ້ຕີລາຄາວ່າການມາຢ້ຽມຢາມຂອງ ຄະນະຄັ້ງນີ້ເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອ ລະຫວ່າງ 2 ປະເທດ ກໍຄື 2 ອົງການນິຕິບັນຍັດລາວ-ອິນໂດເນເຊຍ; ທ່ານຮອງປະທານສະພາແຫ່ງຊາດຍັງໄດ້ສະແດງຄວາມຊົມເຊີຍສະພາປະຊາຊົນ ອິນໂດເນເຊຍ ທີ່ໄດ້ຮັບການມອບໝາຍເປັນປະທານ AIPA ຄັ້ງທີ 44 ໃນປີ 2023 ໜ້ານີ້.

ໂອກາດດຽວກັນນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ແຈ້ງໃຫ້ຊາບສະພາບການພົ້ນເດັ່ນໃນ ສປປ ລາວ, ເປັນຕົ້ນແມ່ນ ສະພາແຫ່ງຊາດລາວ ພວມດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ເພື່ອພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາທີ່ສໍາຄັນຂອງຊາດຕາມພາລະບົດບາດຂອງຕົນ.

ທ່ານ ກິລັງ ດິລາຟາຣາເຣດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານສະພາແຫ່ງຊາດ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງປະເທດ ແລະ ສອງອົງການນິຕິບັນຍັດ ໃຫ້ມີການຂະຫຍາຍຕົວ ແລະ ເພື່ອພົບປະແລກປ່ຽນ ລະຫວ່າງ ກຳມາທິການການຕ່າງປະເທດ ສະພາແຫ່ງຊາດລາວ ແລະ ກໍາມາທິການຮ່ວມມືລັດຖະສະພາສາກົນສະພາຜູ້ແທນປະຊາຊົນອິນໂດເນເຊຍ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ໃນວັນດຽວກັນນີ້, ທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກຳມາທິການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສປປ ລາວ ກໍໄດ້ມີການພົບປະສອງຝ່າຍກັບ ທ່ານ ກິລັງ ດິລາຟາຣາເຣດ ຮອງປະທານກໍາມາທິການຮ່ວມມືລັດຖະສະພາສາກົນ ສະພາຜູ້ແທນປະຊາຊົນ ແຫ່ງ ສ ອິນໂດເນເຊຍ ຊຶ່ງທັງສອງຝ່າຍໄດ້ແຈ້ງໃຫ້ກັນ ແລະ ກັນຊາບ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວຂອງ 2 ອົງການນິຕິບັນຍັດໂດຍຫຍໍ້, ທັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື 2 ຝ່າຍລາວ-ອິນໂດເນເຊຍ, ໂດຍໄດ້ເຫັນດີໃຫ້ມີການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ 2 ສະພາແຫ່ງຊາດ ກໍຄື 2 ກໍາມາທິການຕ່າງປະເທດ ຂອງ 2 ປະເທດ ໃນຕໍ່ໜ້າ, ສືບຕໍ່ຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ແລະ ບັນຫາອື່ນໆທີ່ສອງຝ່າຍໃຫ້ຄວາມສົນໃຈອີກຈຳນວນໜຶ່ງ.

(ຂ່າວ-ພາບ: ນາງ ປາກາລັກ ພົມມີໄຊ)

LEAVE A REPLY

Please enter your comment!
Please enter your name here