Sunday, September 22, 2024
Homeຂ່າວພາຍໃນເປີດຫຼຽນຈຳລອງຫົວພັນວິລະຊົນ ທີ່ແຂວງ ຫົວພັນ

ເປີດຫຼຽນຈຳລອງຫົວພັນວິລະຊົນ ທີ່ແຂວງ ຫົວພັນ

ພິທີເປີດຫຼຽນຈຳລອງ ຫົວພັນ ວິລະຊົນ ໄດ້ຈັດຂື້ນ ໃນວັນທີ 7 ທັນວາ 2022 ນີ້, ຢູ່ທີ່ສ່ວນມິດຕະພາບລາວຮຸ່ງຫົວພັນ – ແທັງຮ່ວາ ເທດສະບານເມືອງຊຳເໜືອ, ໂດຍມີ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປລາວ, ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ມີການນຳແຂວງ, ການນຳເມືອງ 10 ເມືອງ, ອາດີດການນຳ, ຫົວໜ້າ, ຮອງຫົວໜ້າບັນດາພະແນກການອ້ອມຂ້າງແຂວງ ແລະ ພະນັກງານລັດຖະກອນ, ນັກຮຽນນັກສຶກສາເຂົ້າຮ່ວມ.

ການກໍ່ສ້າງຫຼຽນຈຳລອງ ຫົວພັນ ວິລະຊົນ ນີ້; ເພື່ອເປັນສັນຍາລັກ ຂອງແຂວງຫົວພັນ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມອົງອາດກ້າຫານ ໃນການຕໍ່ສູ້ປົດປ່ອຍຊາດໃນໄລຍະກ່ອນ ແລະ ການສ້າງສາພັດທະນາທາງດ້ານ ວັດທະນະທຳ, ສັງຄົມ ແລະ ເສດຖະກິດ ຂອງຊາວແຂວງຫົວພັນ ໃນແຕ່ລະໄລຍະ, ທັງເປັນສູນການຮຽນຮູ້ໃຫ້ແກ່ນັກຮຽນຮູ້ປັນຍາຊົນ, ປະຊາຊົນບັນດາເຜົ່າ ໄດ້ຮໍ່າຮຽນເອົາມູນເຊື້ອຄຸນງາມຄວາມດີຂອງບັນດານັກຮົບ ວິລະຊົນ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ເສ່ຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນໃນໄລຍະກ່ອນ, ພ້ອມທັງເປັນສະຖານທີ່ສວຍງາມໃນການດືງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ແຂວງຫົວພັນ ໃຫ້ນັບມື້ຫຼາຍຂື້ນ.

ລັກສະນະຂອງຫຼຽນຈຳລອງ ຫົວພັນ ວິລະຊົນ ເປັນຮູບ 10 ຫຼຽ່ມ, ຕີນເສົາມີເສັ້ນຜ່າໃຈກາງ 8 ແມັດ, ປາຍເສົາມີເສັ້ນຜ່າກາງ 1 ແມັດກວ່າ, ແທ່ນເສົາມີລວງສູງ 7 ແມັດ 20 ຊັງຕີ, ລວມມີ 7 ຂັ້ນແຕ່ລະຂັ້ນມີຄວາມໝາຍແຕກຕ່າງກັນ; ສະເພາະໜ່ວຍຫຼຽນຈຳລອງ ຫົວພັນ ວິລະຊົນ ມີຂະໜາດ ແລະຄວາມໜ້າ 15 ຊັງຕີແມັດ, ກວ້າງ 1 ແມັດ 33 ຊັງຕີ, ສູງ 1 ແມັດ 88 ຊັງຕີ, ຜະລິດດ້ວຍທອງເຫຼືອງມີ 2 ໜ້າ, ລວມມູນຄາການກໍ່ສ້າງທັງໝົດ 569 ລ້ານກວ່າກີບ, ໂດຍແມ່ນທືນປະກອບສ່ວນຈາກພາກລັດ, ບັນດາ ບໍລິສັດ, ລັດວິສາຫະກິດ ທີີ່ຢູ່ພາຍໃນແຂວງ ແລະ ຕ່າງແຂວງ, ໂດຍແມ່ນ ບໍລິສັດ ພອນຈະເລີນ ກໍ່ສ້າງເປັນຜູ້ຮັບເໝົາກໍ່ສ້າງ.

ເພື່ອຈະລືກເຖິງບຸນຄຸນ ແລະ ຄຸນງາມຄວາມດີຂອງບັນດາບັນພະບູລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນຮັກຊາດ, ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ແຂວງຫົວພັນ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອກໍ່ຄືລູກຫຼານທີ່ແສນຮັກຂອງຕົນ, ເຂົ້າໃນການຕໍ່ສູ້ຕ້ານການກົດຂີ່ຂູດຮີດຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ເພື່ອກອບກູ້ເອົາສິດເປັນເຈົ້າປະເທດຊາດ ແລະ ຝືນແຜນດິນອັນຄົບຖ້ວນຄືນມາໄດ້ຢ່າງສົມບູນໃນແຕ່ລະໄລຍະໄວ້ໃຫ້ສະມາຊິກພັກ, ພະນັກງານ, ນັກຮຽນຮູ້, ນັກສືກສາ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງຫົວພັນ ທີ່ໄດ້ມີມູນເຊື້ອອັນອົງອາດກ້າຫານເຂົ້າໃນການປະກອບສ່ວຮນ, ຝືກຜົນຫຼໍ່ຫຼ້ອມຕົນເອງໃຫ້ກາຍເປັນພະນັກງານສືບຖອດທີ່ດີເດັ່ນ ສາມາດແບກຫາບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ນຳພາປະເທດຊາດຊາດກ້າວຂື້ນສູ່ຈຸດໝາຍສັງຄົມນິຍົມທີ່ພັກໄດ້ກຳນົດໄວ້.

ຈາກຜົນງານການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ປີ 1979 ກອງປະຊຸມນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດ ທົ່ວປະເທດຄັ້ງ 2 ສູນກາງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ມອບນາມມະຍົດ ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ທົ່ວປະເທດ ແລະ ໃບຍ້ອງຍໍ້ດີເດັ່ນ ໃຫ້ບຸກຄົນ, ບ້ານ, ຕາແສງ, ເມືອງ ແລະ ແຂວງວິລະຊົນ ໃຫ້ແກ່ແຂວງຫົວພັນ ໃນນີ້ ມີບຸກຄົນ ວິລະຊົນ 6 ທ່ານ, ບ້ານ ວິລະຊົນ 7 ບ້ານ, ຕາແສງ ວິລະຊົນ ມີ 5 ຕາແສງ, ເມືອງ ວິລະຊົນ 3 ເມືອງ ຄື: ເມືອງ ຊຽງຄໍ້, ວຽງໄຊ ແລະ ເມືອງ ຊ່ອນ.

#ເປີດຫຼຽນຈຳລອງຫົວພັນວິລະຊົນ

#Medialaos#ແຂວງຫົວພັນ#houaphanhprovince

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments