Sunday, September 22, 2024
Homeຂ່າວພາຍໃນນະຄອນ ໄກສອນ ພົມວິຫານ ເປີດງານບຸນນະມັດສະການ ພຣະທາດອີງຮັງ ປະຈຳປີ 2022

ນະຄອນ ໄກສອນ ພົມວິຫານ ເປີດງານບຸນນະມັດສະການ ພຣະທາດອີງຮັງ ປະຈຳປີ 2022

ຄືດັ່ງພວກເຮົາຮູ້ນໍາກັນ ແລ້ວວ່າພຣະທາດອີງຮັງແມ່ນ ປູຊະນິຍະສະຖານທີ່ເກົ່າແກ່ ທາງດ້ານວັດທະນະ ທຳແຫ່ງໜຶ່ງ ຂອງແຂວງສະຫວັນນະເຂດ, ກໍ່ຄືຂອງຊາວນະ ຄອນໄກສອນ ພົມວິຫານ, ເຊິ່ງ ເປັນບ່ອນສັກກາລະບູຊາຂອງ ຊາວພຸດເວົ້າລວມ, ເວົ້າສະ ເພາະແມ່ນຊາວແຂວງສະຫວັນນະເຂດ, ຕາມຮີດຄອງປະເພ ນີທີ່ເຄີຍປະຕິບັດກັນມາ. ພໍຮອດ ເດືອນຈຽງເພັງຂອງທຸກໆປີ ພວກເຮົາໄດ້ພ້ອມພຽງກັນ ຈັດໃຫ້ມີການສະເຫຼີມສະຫຼອງ ງານບຸນນະມັດສະການພຣະ ທາດອີງຮັງປະຈໍາປີຂຶ້ນຢ່າງ ຄຶກຄື້ນ ແລະເບີກບານມ່ວນຊື່ນ ເຊິ່ງໃນປີນີ້ແມ່ນໄດ້ຈັດງານບຸນຂຶ້ນໃນລະຫວ່າງວັນທີ 04-08 ທັນວາ 2022.

ໃນຕອນບ່າຍ ຂອງວັນທີ 06 ທັນວາ 2022 ນີ້ນະຄອນໄກສອນ ພົມວິຫານ ກໍ່ໄດ້ຈັດພິທີເປີດງານດັ່ງກ່າວ ຂຶ້ນຢ່າງເປັນທາງການ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີບັນດາການນຳຂັ້ນສູງຂອງແຂວງ, ການນຳຂອງນະຄອນ ໄກສອນ ພົມວິຫານ ແລະການ ນຳຂອງເມືອງຕ່າງໆ ພ້ອມ ດ້ວຍມວນຊົນຊາວນະຄອນ ໄກສອນ ພົມວິຫານເຂົ້າຮ່ວມ.

ໃນພິທີ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ໃນນາມ ຮອງປະທານຈັດງານກໍ່ໄດ້ ກ່າວລາຍງານການຫ້າງຫາ ກະກຽມ ພ້ອມທັງກ່າວສະ ແດງຄວາມຍິນດີຕ້ອນຮັບບັນດາແຂກ, ຜູ້ແທນ ແລະພີ່ນ້ອງ ຊາວແຂວງສະຫວັນນະເຂດ, ເວົ້າສະເພາະ ກໍ່ແມ່ນຊາວນະຄອນ ໄກສອນ ພົມວິຫານ, ພີ່ນ້ອງຈາກຕ່າງແຂວງ, ບັນດາເມືອງຕ່າງໆທີ່ມາທ່ອງທ່ຽວໃນງານຄັ້ງນີ້, ເຊິ່ງໃນປີນີ້ ຄະນະກໍາມະການຮັບຜິດຊອບ ໄດ້ຫ້າງຫາກະກຽມບັນດາກິດ ຈະກໍາຕ່າງໆເປັນຕົ້ນ: ຮ້ານວາງສະແດງສິນຄ້າໂອດັອບ ຈາກພາຍໃນແຂວງ, ຕ່າງ ແຂວງລວມມີ 25 ຮ້ານ, ຮ້ານ ວາງສະແດງຈໍາໜ່າຍສິນຄ້າ ຈາກບໍລິສັດຫ້າງຮ້ານ 420 ກວ່າຮ້ານ, ໃນນັ້ນມີຮ້ານສະແດງລົດໃຫຍ່ຈາກສູນລົດປະເພດປະເພດຕ່າງໆ,ຈຸດບໍລິການທະນາຄານ,ຮ້ານວາງສະແດງເຄື່ອຂ່າຍໂທລະສັບ,ຮ້ານສະແດງເຄື່ອງຫັດຖະກຳເຄື່ອງເງິນ-ຄຳ ,ຮ້ານຜ້າຝ້າຍ,ຜ້າໄໝລາວ ແລະ ເຄື່ອງຈັກສານຫຼາກຫຼາຍຊະນິດທີ່ເປັນເອກະລັກທ້ອງຖິ່ນ,ພິເສດປີນີ້ໄດ້ມີການຈັດສະແດງຢ້ອນຍຸກໃນເຂດຫໍແຈກໄມ້ເກົ່າ ຂອງວັດພຣະທາດອີງຮັງ ໄດ້ຈັດເປັນບ່ອນທ່ອງທ່ຽວແຫ່ງໃໜ່ຂອງງານ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະຂະບວນຟ້ອນ ປະເພນີຂອງແຂວງສະຫວັນນະເຂດ ຈາກກຸ່ມບ້ານຕ່າງໆເຊັ່ນ ຂະບວນຟ້ອນຈາກໂຮງຮຽນມັດ ທະຍົມຕົ້ນທາດອີງຮັງ, ຂະ ບວນຟ້ອນຈາກມະຫາວິທະຍາໄລສະຫວັນນະເຂດ, ຂະບວນ ຟ້ອນຈາກໂຮງຮຽນ ມສ ໂພນສີມ, ຂະບວນຟ້ອນໂຮງຮຽນ ມສ ທາດອີງຮັງ, ມສເຄື່ອເຂົາກາດ, ມສ ຊອກ ແລະ ໃນຕອນກາງຄືນໄດ້ມີສິນລະປິນຈາກປະເພດເພື່ອນບ້ານ.

ພາຍຫຼັງຈົບພິທີທາງການແລ້ວ ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍບັນດາແຂກ, ຜູ້ແທນທີ່ເຂົ້າຮ່ວມ ຍັງໄດ້ເລາະ ຊົມຮ້ານວາງສະແດງສິນຄ້າ, ຊົມກິດຈະກຳຕ່າງໆພາຍໃນ ງານຕື່ມອີກ.

ນອກນີ້ການຄົບງັນໃນແຕ່ລະຄໍ່າຄືນ ຢູ່ເວທີກາງ ພະແນກ ຖວທ ແຂວງ ແລະ ນະ ຄອນກໍ່ຈັດໃຫ້ມີການປະກວດ ສຽງເພງຄັດເລືອກເອົານັກ ຮ້ອງສຽງດີ ຂອງນ້ອງນ້ອຍ-ໄວໜຸ່ມ-ເຍົາວະຊົນແຕ່ລະ ໂຮງຮຽນໂດຍບໍ່ຈໍາກັດ ແລະ ໜໍລຳເລື່ອງ ຈາກຄະນະສິນລະປະສູນກາງມາສະແດງໃຫ້ມີບັນຍາ ກາດ ຟົດຟື້ນ, ນອກນັ້ນຍັງຈະມີພິທີທາງສາສະໜາເຊັ່ນ: ພິທີແຫ່ຜາສາດເຜິ້ງ, ພິທີຕັກບາດຖວາຍສັງຄະທານ ຕອນກາງຄືນມີການວຽນທຽນ ຕາມຮີດຄອງປະເພນີ.

ຈາກນັ້ນ, ທ່ານເຈົ້າແຂວງ ສະຫວັນນະເຂດ ກໍ່ໄດ້ເປັນກຽດ ລັ່ນຄ້ອງ 9 ບາດ, ເປີດງານນະມັດສະການພຣະທາດອີງຮັງ ຢ່າງເປັນທາງການ, ຕໍ່ດ້ວຍ ການຊົມສິລະປະຈາກບັນດາ ນ້ອງນັກຮຽນ ແລະຂະບວນ ຟ້ອນປະເພນີຈາກກຸ່ມບ້ານ ຕ່າງໆ ຕາມລຳດັບ. ງານບຸນຄັ້ງ ນີ້ຈະຈັດມີການຄົບງັນຮອດວັນທີ 08 ທັນວາຈຶ່ງສິ້ນສຸດລົງ.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments