ວັນທີ 6 ທັນວາ 2022, ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດ ສືບຕໍ່ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານຂອງລັດຖະບານຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9 ເຊີ່ງກອງປະຊຸມພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ.

ການປະກອບຄໍາຄິດຄຳເຫັນມີຄວາມຄຶກຄື້ນສົມຄວນ ເນື່ອງຈາກສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນຂຶ້ນສະເໜີຫລາຍບັນຫາສໍາຄັນ ເພື່ອໃຫ້ລັດຖະບານເລັ່ງແກ້ໄຂເພາະເຫັນວ່າໄລຍະຜ່ານມາຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່່າທີ່ຄວນ ເປັນຕົ້ນ: ການອອກໃບຕາດິນ, ບັນຫາຄູເຫລືອບໍ່ພໍ, ການຍົກຍ້າຍຂອງປະຊາຊົນບໍ່ຖືກຕ້ອງຕາມລະບຽບການ, ການປັບປງບັນດາເສັ້ນທາງຂອງແຕ່ລະແຂວງ, ການແກ້ໄຂຄວາມທຸກຍາກຂອງະຊາຊົນ, ການຊຸກຍູ້ສົ່ງເສີມການຜະລິດພາຍໃນ ແລະ ອື່ນໆ.

ທ່ານ ສົມຈິດ ຫັບລາກອນ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ປະກອບຄໍາເຫັນສະເໜີໃຫ້ລັດຖະບານເອົາໃຈໃສ່ແກ້ໄຂບັນຫາການອອກໃບຕາດິນ, ລັດຖະບານຄວນັບປປຸງດ້ານບຸກຄະລາກອນ ແລະ ເຄື່ອງມືອຸະກອນທີ່ຈໍາເປັນໃຫ້ຫລາຍຂຶ້ນ ແລະ ມີະສິດທິຜົນກວ່າເກົ່າ ເພື່ອເຮັດໃຫ້ການຈັດເກັບລາຍຮັບໃນດ້ານນີ້ໃຫ້ດີຂຶ້ນກວ່າເກົ່າ.

ທ່ານ ສາຍທອງ ໄຊຍະວົງ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 15 ແຂວງຈໍາາສັກ ສະເໜີໃຫ້ລັດຖະ ບານເອົາໃຈໃສ່ແກ້ໄຂບັນຫາການສຶກສາຢູ່ເຂດທີ່ມີຄວາມຫຍຸ້ງຍາກ ໂດຍສະເພາະຢູ່ເມືອງໂຂງ ມີການໂຮງນັກຮຽນໄຮຽນຢູ່ບາງຈຸດຍ້ອນມີບັນຫາເລື່ອງຄູ ເຮັດໃຫ້ສ້າງຄວາມຫຍຸ້ງຍາກຫລາຍສໍາລັບນັກຮຽນໃນການໄຮຽນໜັງສືໃນແຕ່ລະວັນ.

ທ່ານ ຄໍາຟອງ ອິນມານີ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ປະກອບຄໍາເຫັນ ໂດຍສະແດງຄວາມເຫັນດີນໍາລັດຖະບານທີ່ວາງຄາດໝາຍເຮັດໃຫ້ເສດຖະກິດຂອງະເທດຂະຫຍາຍຕົວ 4,5 ສ່ວນ ຮ້ອຍໃນປີໜ້າ ເພາະເໝາະສົມກັບຄວາມເປັນຈິງ ແຕ່ສໍາຄັນທີ່ສຸດ ຕ້ອງມີມາດຕະການຈັດຕັ້ງປະຕິບັດທີ່ດີທີ່ສຸດ.

ຕາມວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9, ການປະກອບຄໍາຄິດຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ແມ່ນຈະສໍາເລັດໃນຕອນບ່າຍວັນທີ 6 ທັນວານີ້, ກ່ອນຈະຮັບຟັງການອະທິ ບາຍຊີ້ແຈງຈາກບັນດາຜູ້ຕາງໜ້າກະຊວງທີ່ກ່ຽວຂ້ອງໃນວັນທີ 7 ທັນວານີ້.

ຂ່າວ: BT

ພາບ: ພັກສະຫວັນ

LEAVE A REPLY

Please enter your comment!
Please enter your name here