Saturday, September 21, 2024
Homeທ່ອງທ່ຽວຕາດນ້ຳກັດເປັນຕາດຊັ້ນດຽວ ສູງປະມານ 15-20 ແມັດ

ຕາດນ້ຳກັດເປັນຕາດຊັ້ນດຽວ ສູງປະມານ 15-20 ແມັດ

ຕາດນ້ຳກັດ ຕັ້ງຢູ່ເຂດບ້ານແຟນ ເມືອງໄຊ ຫ່າງຈາກເທດສະບານເມືອງ ປະມານ 24 ກິໂລແມັດ, ຢູ່ໃນເຂດປ່າສະຫງວນຂອງພູຫີຜີ ທີ່ມີປ່າດົງດິບດົກໜາ, ເຕັມໄປດ້ວຍຕົ້ນໄມ້ໃຫຍ່ ແລະ ຊີວະນາໆ ພັນອັນອຸດົມສົມບູນ ກາຍເປັນສິ່ງດຶງດູດໃຈຂອງນັກທ່ອງທ່ຽວ. ຕາດນ້ຳກັດເປັນຕາດຊັ້ນດຽວ ສູງປະມານ 15-20 ແມັດ ແລະ ກວ້າງປະມານ 20-50 ແມັດ, ມີອ່າງອາບນໍ້າທໍາມະຊາດທີ່ເຢັນສະບາຍຢູ່ດ້ານໜ້າຂອງຕາດ, ເໝາະແກ່ການພັກຜ່ອນຢ່ອນໃຈຕາມໂງ່ນຫີນ ແລະ ສາຍນ້ຳ ພ້ອມທັງກິນເຂົ້າສາມັກຄີກັບຄອບຄົວ.

ຕາດນີ້ຖືກຄົ້ນພົບໃນປີ ຄ.ສ 1999 ແລະ ເປີດໃຫ້ບໍລິການໃນປີ 2006. ສຳລັບຊື່ຕາດນ້ຳກັດນີ້ ໝາຍເຖິງນ້ຳທີ່ເຢັນທີ່ສຸດ (ເຢັນຈັດ) ແລະ ໄດ້ມີການພັດທະນາດ້ານພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກເຊັ່ນ: ທາງຍ່າງ, ຂົວຂ້າມນ້ຳ, ຂົວອູ່ມີຄວາມຍາວ ປະມານ 1.500 ແມັດ ຊຶ່ງເນັ່ງລະຫວ່າງຕົ້ນໄມ້ໃສ່ກັນ ເມື່ອທ່ານເຂົ້າຊົມຕາດນ້ຳກັດກໍຈະໄດ້ສໍາຜັດກັບການຍ່າງເທິງຂົວອູ່ ເພື່ອຊົມຄວາມງົດງາມຂອງທໍາມະຊາດ ໃນເຂດປ່າສະຫງວນແຫ່ງນີ້ຢ່າງເບີກບານໃຈ ແລະ ບໍ່ຫຼົງລືມໄດ້. ຕາດແຫ່ງນີ້ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມທຸກມື້ ເວລາ 8:00-16:00 ໂມງ.

ຂໍ້ມູນຈາກກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments