ໃນຕອນບ່າຍຂອງວັນທີ 5 ທັນວາ 2022, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ (Grand Duke Henri of Luxembourg) ພ້ອມດ້ວຍຄະນະໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ຫົວໜ້າຫ້ອງວ່າການປະທານປະເທດ ແຫ່ງສປປ ລາວ ພ້ອມດ້ວຍຄະນະ.

ສົມເດັດ ພຣະຣາຊາ ອັງຣີ ແລະ ຄະນະຈະດໍາເນີນການຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 5-9 ທັນວາ 2022 ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ.

ແຫຼ່ງຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here