Saturday, September 21, 2024
Homeຂ່າວກິລາປກສ ຍາດໄດ້ເພີ່ມ 2 ຫຼຽນຄໍາ ແລະ 3 ຫຼຽນທອງ ຈາກຊຽງຂວາງ ເກມ

ປກສ ຍາດໄດ້ເພີ່ມ 2 ຫຼຽນຄໍາ ແລະ 3 ຫຼຽນທອງ ຈາກຊຽງຂວາງ ເກມ

ທັບນັກກິລາກະຊວງ ປກສ ສາມາດຍາດໄດ້ເພີ່ມ 2 ຫຼຽນຄໍາ ແລະ 3 ຫຼຽນທອງ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ລົງແຂ່ງຂັນໃນວັນທີ 2 ທັນວາ 2022 ປະເພດກິລາມວຍປໍ້າ, ແລ່ນ-ລານ (ເຕັ້ນສູງ, ຍ່າງໄວ 5.000 ແມັດ) ແລະ ມວຍເທຄວັນໂດ ທີ່ໄດ້ເປີດການແຂ່ງຂັນເລີ່ມວັນທີ 1 ທັນວາ 2022 ທີ່ເດີ່ນສະໜາມໄຊຊະນະ, ສະໂມສອນດອກປີກໄກ່ ແລະ ສະໜາມທົ່ງໄຫຫີນ ແຂວງຊຽງຂວາງ.

ໃນນີ້, ກິລາມວຍປໍ້າ ໄດ້ 1 ຫຼຽນຄໍາ ໂດຍ ຮ້ອຍໂທ ພອນຄໍາ ແສງບໍລິບູນ ແຂ່ງຂັນໃນລຸ່ນຟຣີສະໄຕ ນໍ້າໜັກ 84 ກິໂລ, ເຕັ້ນສູງ 1 ຫຼຽນຄໍາ ຮ້ອຍໂທ ໂຕເລ້ ຄຽມວິໄຊ, 1 ຫຼຽນທອງ ຍ່າງໄວ 5.000 ແມັດຊາຍ ຮ້ອຍເອກ ບຸນຕ້ອມ ສິງລໍຄໍາ ແລະ 2 ຫຼຽນທອງ ຈາກມວຍເທຄວັນໂດ ໂດຍ ຮ້ອຍໂທ ພູວົງ ສິມມະໂນວົງ ແຂ່ງຂັນປະເພດລຸ່ນຕໍ່ສູ້ ນໍ້າໜັກ +78 ກິໂລ ແລະ ສິບໂທ ນາງ ກຸ້ງກິ້ງ ບຸດດາໄຊ ແຂ່ງຂັນປະເພດລຸ່ນຕໍ່ສູ້ ນໍ້າໜັກ 42 ກິໂລ, ຜ່ານມາ, ທັບນັກກິລາກະຊວງ ປກສ ແມ່ນສາມາດຍາດໄດ້ 8 ຫຼຽນຄໍາ, 7 ຫຼຽນ​ເງິນ ແລະ 9 ຫຼຽນທອງ ຈາກກິລາຍິງປືນ ທີ່ໄດ້ເປີດການແຂ່ງຂັນ (ກ່ອນເກມ 13-22 ທັນວາ 2022) ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ.

ສະເພາະທັບນັກກິລາກະຊວງ ປກສ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຈໍານວນ 11 ປະເພດກິລາຄື: ກິລາກະຕໍ້, ກິລາເປຕັງ, ກິລາແລ່ນ-ລານ, ກິລາມວຍເທຄວັນໂດ, ກິລາມວຍລາວ, ກິລາມວຍສາກົນ, ກິລາມວຍປັນຈັກສີລັດ, ກິລາມວຍປໍ້າ, ກິລາກ໋ອບ, ກິລາຍິງປືນ, ກິລາຍິງທະນູ ແລະ ໄດ້ຕັ້ງເປົ້າຍາດໃຫ້ໄດ້ລວມ 14 ຫຼຽນຄໍາ, ມາຮອດປັດຈຸບັນຍາດໄດ້ມາແລ້ວ 10 ຫຼຽນຄຳ.

ຂ່າວ: ຄວາມສະຫງົບ Lao Security News

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments