ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຕັ້ງປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຂຶ້ນໃນວັນທີ 30 ພະຈິກ ນີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ມີບັນດາການນຳພັກ-ລັດ ແລະ ພະນັກງານຫຼັກແຫຼ່ງນະຄອນຫຼວງວຽງຈັນ ແລະ ເມືອງອ້ອມຂ້າງ ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນການປາຖະກະຖາດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ໄດ້ຍົກໃຫ້ເຫັນປະເທດລາວພາຍຫຼັງພວກລ່າເມືອງຂຶ້ນແບບໃໝ່ ເຂົ້າແຊກແຊງຮຸກຮານ, ຄວາມໝາຍພຶດຕິກຳໃນພາລະກິດການປະຕິວັດປົດປ່ອຍຊາດ, ຜົນງານການສ້າງສາພັດທະນາປະເທດຊາດ 47 ປີ ແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດ ຄື:ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນນັ້ນ ໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນ ໄຫວປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ, ເສີມຂະຫຍາຍ ແລະ ສືບທອດມໍລະດົກອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້.

ໃນການຈັດຕັ້ງປາຖະກະຖາຄັ້ງນີ້ ແມ່ນເພື່ອເປັນການຫວນຄືນມູນເຊື້ອການຊີ້ນຳ-ນຳພາຕໍ່ສູ້ປົດປ່ອຍຊາດຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດສະຖາປະນາສ້າງຕັ້ງ ປະເທດ ສປປ ລາວ ໃນ ວັນທີ 2 ທັນວາ 1975 ມາເຖິງປັດຈຸບັນ ກໍເປັນເວລາ 47 ປີ ຊຶ່ງໃນຂະບວນການນັ້ນກໍມີ ຫຼາຍສະຫາຍ ການນຳທີ່ກໍ່ຕັ້ງການປະຕິວັດຮຸ້ນທຳອິດ ແຕ່ທີ່ໂດດເດັ່ນກວ່າໝູ່ກໍແມ່ນມີ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ສະຫຼາດສ່ອງໃສຂອງພວກເຮົາທີ່ເປັນຜູ້ນຳພາວາງແນວທາງ ແລະ ຂີດໝາຍຍຸດທະສາດໃນການກ້າວສູ່ເສັ້ນທາງສັງຄົມນິຍົມໄວ້ໃຫ້ພວກເຮົາ.

ໃນໂອກາດດັ່ງກ່າວ ທ່ານ ອານຸພາບ ຕຸນາລົມ ໄດ້ລາຍງານໂດຍຫຍໍ້ ການຊີ້ນຳ-ນຳພາຂອງອົງຄະນະພັກ, ອົງການປົກຄອງນະຄອນຫຼວງວຽງຈັນໃນໄລຍະ 1 ປີຜ່ານມາ ຊຶ່ງປັດຈຸບັນທົ່ວອົງຄະນະພັກ ນະຄອນຫຼວງວຽງຈັນ ປະກອບມີ 9 ອົງຄະນະພັກເມືອງ, 2 ອົງຄະນະພັກກອງບັນຊາການ (ທະຫານ ແລະ ປກສ ນະຄອນຫຼວງວຽງຈັນ), ມີ 95 ຄະນະພັກຮາກຖານ, 1.205 ໜ່ວຍພັກ (ໜ່ວຍພັກຮາກຖານ 517 ໜ່ວຍພັກ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 693 ໜ່ວຍພັກ) ມີສະມາຊິກພັກທັງໝົດ 23.364 ສະຫາຍ ຍິງ 7.652 ສະຫາຍ, ທົ່ວນະຄອນຫຼວງວຽງຈັນ ປະກອບມີ 9 ເມືອງ ມີ 481 ບ້ານມີ 166.705 ຄົວເຮືອນ ມີ ພົນລະເມືອງ 829.190 ຄົນ ຍິງ 416.721 ຄົນ, ໃນ 1 ປີຜ່ານມາ ນະຄອນຫຼວງວຽງຈັນມີວຽກງານ ແລະ ເຫດການສຳຄັນຫຼາຍປະການເກີດຂຶ້ນ.

ຈາກນັ້ນ, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ໃຫ້ການພົບປະໂອ້ລົມຕໍ່ພະນັກງານການນຳ ແລະ ພະນັກງານຫຼັກແຫຼ່ງນະຄອນຫຼວງວຽງຈັນຕື່ມອີກ.

(ຂ່າວ-ພາບ: ສຳນານ)

LEAVE A REPLY

Please enter your comment!
Please enter your name here