ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດີຈີຕອນ, ໃນວັນທີ 29 ພະຈິກ ນີ້ ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານໂດຍ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເຂົ້າຮ່ວມມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທຽບເທົ່າລັດຖະມົນຕີ, ຫົວໜ້າຫ້ອງການ ຈາກບັນດາກະຊວງ-ອົງການທຽບເທົ່າ ແລະ ບັນດາກົມ ອອມຂ້າງກະຊວງ.

ຈຸດປະສົງກອງປະຊຸມ ເພື່ອເຜີຍແຜ່ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດີຈີຕອນ ໃຫ້ແກ່ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອນຳໄປຈັດຕັ້ງປະຕິບັດ ແນ່ໃສ່ການພັດທະນາລັດຖະບານໃຫ້ທັນສະໄໝ ແລະ ກາຍເປັນການບໍລິຫານລັດແບບດີຈີຕອນເທື່ອລະກ້າວ.

ໃນກອງປະຊຸມຄັ້ງນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມ ແລະ ບັນຍາຍ ກ່ຽວກັບການປະຕິວັດອຸດສະຫະກຳ 4.0 ຊຶ່ງໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການພັດທະນາ ທາງດ້ານເຕັກໂນໂລຊີ ໃນແຕ່ລະຍຸກ ຊຶ່ງລິເລີ່ມແຕ່ ຍຸກ 1.0 ທີ່ມີການນຳໃຊ້ກົນຈັກອາຍນ້ຳ ຈົນຮອດຍຸກ 4.0 ທີ່ມີການນຳໃຊ້ເຕັກໂນລຊີທີ່ລ້ຳສະໄໝ ຢ່າງ AI, Big Data. ໃນໄລຍະຜ່ານມາ ກຕສ ໄດ້ສຸມໃສ່ການພັດທະນາໂຄງລ່າງພື້ນຖານໄອຊີທີທີ່ສຳຄັນ ເພື່ອສະໜອງຮັບໃຊ້ໃຫ້ແກ່ອົງການຈັດຕັ້ງລັດ ແລະ ສັງຄົມ ໄດ້ນຳໃຊ້ ພ້ອມທັງໄດ້ຄົ້ນຄວ້າຮ່າງບັນດານະໂຍບາຍ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຫຼາຍກວ່າ 60 ສະບັບ. ໂດຍສະເພາະແມ່ນວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025), ກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ, ກົດໝາຍວ່າດ້ວຍປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ກົດໝາຍວ່າດ້ວຍທຸລະກຳເອເລັກໂຕນິກ ສະບັບປັບປຸງ ທີ່ກຳລັງຈະຜ່ານສະພາແຫ່ງຊາດ ໃນທ້າຍປີນີ້ ຊຶ່ງບັນດານິຕິກຳເຫຼົ່ານີ້ ລວນແຕ່ເປັນເຄື່ອງມືສຳຄັນ ໃຫ້ແກ່ການຫັນການຄຸ້ມຄອງລັດໃຫ້ເປັນດີຈີຕອນ.

ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດີຈີຕອນ ຈາກ ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດີຈີຕອນ, ດຳລັດດັ່ງກ່າວໄດ້ຖືກຮັບຮອງ ແລະ ປະກາດໃຊ້ແຕ່ເດືອນສິງຫາ 2022 ຊຶ່ງປະກອບມີ 12 ໝວດ 48 ມາດຕາ ໂດຍມີຈຸດປະສົງກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມທັນສະໄໝ, ວ່ອງໄວ, ປະຢັດ ແລະ ຮັບປະກັນຄວາມປອດໄພ ແນໃສ່ຫັນການບໍລິຫານລັດແບບລວມສູນ ແລະ ການບໍລິການລັດໃຫ້ມີຄວາມສະດວກ ແລະ ໂປ່ງໃສ, ຮັບປະກັນໃຫ້ການເຂົ້າເຖິງບໍລິການລັດໄດ້ຢ່າງທົ່ວເຖິງ, ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ນອກນັ້ນ ກອງປະຊຸມຍັງໄດ້ມີພິທີມອບ-ຮັບ ລະບົບບໍລິຫານລັດດີຈີຕອນໃຫ້ແກ່ບັນດາກະຊວງ/ອົງການທຽບເທົ່າ ຊຶ່ງປະກອບມີ: ລະບົບເຄືອຂ່າຍພາຍໃນ G-Net, ລະບົບກອງປະຊຸມທາງໄກ Video Conference, ລະບົບ E-Office, ລະບົບ E-mail, ລະບົບ G-Chat, ລະບົບ G-web ແລະ ລະບົບ G-Share, ຕາງໜ້າມອບໂດຍ ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດີຈີຕອນ, ຮັບແມ່ນຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ທີ່ໄດ້ເຂົ້າຮ່ວມ.

(ຂ່າວ-ພາບ: ກຕສ)

LEAVE A REPLY

Please enter your comment!
Please enter your name here