ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ລະດັບຊາດ ຄັ້ງທີ 10 ປະຈໍາປີ 2022 ຈັດຂຶ້ນໃນວັນທີ 29 ພະຈິກ 2022 ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ຄະນະພະແນກ ສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ພ້ອມດ້ວຍ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ ເພື່ອຄັດເລືອກເອົານັກຮຽນທີ່ມີຄວາມຮູ້ຄວາມສາມາດ ເປັນຕົວແທນໃຫ້ແກ່ ສປປ ລາວ ໄປຮ່ວມແຂ່ງຂັນຢູ່ປະເທດມຽນມາ ໃນລະຫວ່າງວັນທີ 11-16 ທັນວາ 2022 ທີ່ຈະມາເຖິງ.

ການແຂ່ງຂັນໃນຄັ້ງນີ້, ມີນັກຮຽນເຂົ້າຮ່ວມແຂ່ງຂັນທັງໝົດ 17 ຄົນ, ໃນນັ້ນ ມາຈາກ ນະຄອນ ຫລວງວຽງຈັນ 5 ຄົນ, ແຂວງຫລວງພະບາງ 4 ຄົນ, ສະຫວັນນະເຂດ 4 ຄົນ ແລະ ແຂວງຈຳປາສັກ 4ຄົນ ເຊິ່ງນັກຮຽນທີ່ສະນະເລີດໃນການແຂ່ງຂັນ ຈຳນວນ 3 ຄົນ ແລະ ສຳຮອງອີກ 1 ຄົນ ຈະເປັນຕົວແທນໃຫ້ແກ່ ສປປ ລາວ ເພື່ອໄປຮ່ວມແຂ່ງຂັນໃນລະດັບພາກພື້ນ ເຊິ່ງຈະຈັດຂຶ້ນທີ່ ນະຄອນຫລວງເນປິດໍ ປະເທດມຽນມາ.

ທ່ານ ໂພສີ ແກ້ວມະນີວົງ ໄດ້ກ່າວວ່າ: ໂຄງການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ແມ່ນໜຶ່ງກິດຈະກຳບູລິມະສິດໜຶ່ງ ທີ່ນອນຢູ່ໃນແຜນງານຍຸດທະສາດການຮ່ວມມືໃນຂົງເຂດວຽກງານຖະແຫລງຂ່າວ ແລະ ສື່ມວນຊົນອາຊຽນ 2016-2025 ເຊິ່ງເປັນການສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບປະຊາຄົມອາຊຽນ ກໍຄື ປະຊາຄົມການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໃຫ້ນັກຮຽນໃນພາກພື້ນອາຊຽນ ກໍຄື ສປປ ລາວ ນັບມື້ນັບກວ້າງຂວາງຂຶ້ນ, ທັງເປັນການສ້າງຄວາມອາດສາມາດ ແລະ ພັດທະນາຊັບພະຍາກອນມະນຸດຮຸ້ນໜຸ່ມຂອງບັນດາປະເທດສະມາຊິກອາຊຽນ ໃຫ້ມີຄວາມເຂັ້ມແຂງ. ນອກນັ້ນ, ຍັງເປັນການສ້າງຂະບວນການເພື່ອສະເຫລີມສະ ຫລອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທີ່ຈະໜູນວຽນມາເຖິງບໍ່ພໍເທົ່າໃດມື້ຂ້າງໜ້ານີ້.

ທ່ານ ໂພສີ ແກ້ວມະນີວົງ ໄດ້ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ໃນລະດັບພາກພື້ນ ຄັ້ງທີ 7 ໃນປີ 2016 ທີ່ ນະຄອນຫລວງວຽງຈັນ. ໃນນັ້ນ, ນັກຮຽນຈາກ ສປປ ລາວ ກໍສາມາດຍາດໄດ້ອັນດັບທີ 1 ຂອງອາຊຽນ, ໃນປີ 2018 ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນ ຄັ້ງທີ 8ໄດ້ຈັດຂຶ້ນ ທີ່ ບາຫລີ, ປະເທດອິນໂດເນເຊຍ, ນັກຮຽນຈາກ ສປປ ລາວ ກໍສາມາດຍາດໄດ້ອັນດັບທີ 2 ຂອງອາຊຽນ ແລະ ຄັ້ງທີ 9 ໃນປີ 2020 ໂດຍການເປັນເຈົ້າພາບຂອງປະເທດສິງກະໂປ ເຊິ່ງຈັດໃນຮູບແບບອອນລາຍ, ນັກຮຽນຈາກ ສປປ ລາວ ກໍ່ສາມາດຍາດໄດ້ທີ 4 ຂອງອາຊຽນ.

ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນ ໃຫ້ບັນດານ້ອງນັກຮຽນທີ່ເຂົ້າຮ່ວມແຂ່ງຂັນທຸກຄົນຈົ່ງເພີ່ມທະວີຄວາມເອົາໃຈໃສ່ ເພື່ອໃຫ້ປະສົບຜົນສຳເລັດ ແລະ ສາມາດຜ່ານການແຂ່ງຂັນຄັ້ງນີ້ ເພື່ອເປັນຕົວແທນໃຫ້ແກ່ ສປປ ລາວ ໄປຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ໃຫ້ສາມາດຍາດໄດ້ອັນດັບທີ່ດີທີ່ສຸດໃຫ້ແກ່ ສປປ ລາວ ເພື່ອຮັກສາໄດ້ມູນເຊື້ອຂອງນ້ອງນັກຮຽນ ສປປ ລາວ ເຮົາທີ່ໄດ້ສ້າງຜົນງານອັນຍິ່ງໃຫຍ່ໄວ້ໃນໄລຍະຜ່ານມາ.

ຂ່າວ: ທະນູທອງ

LEAVE A REPLY

Please enter your comment!
Please enter your name here