Sunday, September 22, 2024
Homeຂ່າວໜ້າໜຶ່ງລາວ-ຫວຽດນາມ ປະແລກປ່ຽນວຽກງານຄຸ້ມຄອງ ຮັກສາຊາຍແດນ ຄັ້ງທີ XIV

ລາວ-ຫວຽດນາມ ປະແລກປ່ຽນວຽກງານຄຸ້ມຄອງ ຮັກສາຊາຍແດນ ຄັ້ງທີ XIV

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ກອງປະຊຸມພົບປະແລກປ່ຽນວຽກງານຄຸ້ມຄອງ, ຮັກສາຊາຍແດນ ຄັ້ງທີ XIV ລະຫວ່າງ ກອງບັນຊາການທະຫານແຂວງຫລວງພະບາງ, ແຂວງຜົ້ງສາລີ ສປປ ລາວ ກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງເຊິນລາ ແລະ ແຂວງດຽນບຽນ ສສ ຫວຽກນາມ ຈັດຂຶ້ນໃນ ວັນທີ 24 ພະຈິກ ຜ່ານມາ ຢູ່ແຂວງຫລວງພະບາງ, ຝ່າຍລາວມີ ທ່ານ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການ ທະຫານແຂວງຫລວງພະບາງ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມມີ ທ່ານ ພັນເອກ ພິເສດ ກາວັນເລິບ ຫົວໜ້າການເມືອງ ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເຊີນລາ ພ້ອມດ້ວຍຄະນະເຂົ້າຮ່ວມ.

ໂອກາດນີ້, ສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາຍແດນ ໃນໄລຍະຜ່ານມາໂດຍຫຍໍ້, ໂດຍລວມຍັງພົບເຫັນຫລາຍບັນຫາ ເປັນຕົ້ນ ການເຄື່ອນໄຫວສາສະໜາຕ່າງຊາດ, ການຄ້າຂາຍເຖື່ອນ ແລະ ອື່ນໆ ເຊິ່ງສອງຝ່າຍຈະຕ້ອງໄດ້ປະສານສົມທົບ ແລະ ພ້ອມກັນແກ້ໄຂ ເພື່ອເຮັດໃຫ້ປະຊາ ຊົນສອງຊາດ ຢູ່ລຽບຕາມເສັ້ນຊາຍແດນມີຄວາມສະຫງົບປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ. ພ້ອມນີ້, ສອງຝ່າຍ ໄກ້ປະກອບຄໍາເຫັນ ເພື່ອເອກະພາບກັນ, ທັງນໍາເອົາບັນຫາຄົງຄ້າງ ໄປຮ່ວມກັນແກ້ໄຂໃນຊຸມປີຕໍ່ໜ້າໃຫ້ໄດ້ຮັບຜົນດີ.

ຈາກນັ້ນ, ກໍໄດ້ຮ່ວມລົງນາມໃນບົດບັນທຶກຊ່ວຍຈໍາ ລະຫວ່າງ ກອງບັນຊາການທະຫານແຂວງຫລວງພະບາງ-ແຂວງຜົ້ງສາລີ ສປປ ລາວ ກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງເຊິນລາ-ແຂວງດຽນບຽນ ສສ ຫວຽດນາມ, ທັງໄດ້ມອບຂອງທີ່ລະນຶກໃຫ້ກັນ ແລະອກັນ ເພື່ອຜູກແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ-ພາບ: ບຸນເພັງ ວົງແກ້ວມະນີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments