Sunday, September 22, 2024
Homeຂ່າວພາຍໃນເຈົ້າແຂວງຈຳປາສັກ ຕ້ອນຮັບ ຄະນະຜູ້ແທນສານປະຊາຊົນແຂວງຢາລາຍ ແຫ່ງ ສສ ຫວຽດນາມ

ເຈົ້າແຂວງຈຳປາສັກ ຕ້ອນຮັບ ຄະນະຜູ້ແທນສານປະຊາຊົນແຂວງຢາລາຍ ແຫ່ງ ສສ ຫວຽດນາມ

ແຫລ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ວັນທີ 24 ພະຈິກ ຜ່ານມາ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ທ່ານ ຟ້າມ ຢຸຍ ລາມ ປະທານສານ ປະຊາຊົນແຂວງຢາລາຍ ສສ ຫວຽດນາມ ພ້ອມຄະນະ ໃນໂອການມາຢ້ຽມຢາມແຂວງຈຳປາສັກ ເພື່ອພົບປະແລກປ່ຽນບົດຮຽນນໍາກັນ ລະຫວ່າງ ຄະນະ ຜູ້ແທນຂອງສານປະຊາຊົນແຂວງຢາລາຍ ກັບ ສານປະຊາຊົນແຂວງຈຳປາສັກ.

ໂອກາດນີ້, ທ່ານເຈົ້າແຂວງຈຳປາສັກ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮວ່ມມື ຂອງ ສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງ ແຂວງຈໍາປາສັກ ແລະ ແຂວງຢາລາຍ, ພິເສດ ແມ່ນການຮ່ວມມື ອັນດີ ລະຫວ່າງ ສານປະຊາຊົນແຂວງຢາລາຍ ກັບ ສານປະຊາຊົນແຂວງຈຳປາສັກ, ການມາຢ້ຽມຢາມ ຄັ້ງນີ້ ຢູ່ໃນບັນຍາກາດທີ່ທັງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດພວກເຮົາ ພວມຢູ່ໃນບັນຍາກາດແຫ່ງການການສະເຫລີມສະຫລອງ ສອງວັນ ປະວັນສາດ ຢ່າງເປັນຂະບວນຟົດຟື້ນ.

ຈາກນັ້ນ, ທ່ານ ຟ້າມ ຢຸຍ ລາມ ກໍໄດ້ແຈ້ງຈຸດປະສົງ ແລະ ລາຍງານ ເຖິງການພົວພັນຮ່ວມມືຂອງ ສອງຂະແໜງການ ສານປະຊາຊົນແຂວງຢາລາຍ ກັບ ແຂວງຈຳປາສັກ, ຜ່ານມາ ເຖິງແມ່ນວ່າການຈັດຕັ້ງປະຕິບັດບົດບັນທຶກການພົບປະຄັ້ງທີ 5 ນັ້ນ ຈະຖືກຢຸດສະງັກ ຍ້ອນການແພ່ລະບາດຂອງພະຍາດໂຄວິດ- 19 ແຕ່ມື້ນີ້ ພວກເຮົາ ກໍສາມາດກັບມາສືບຕໍ່ການພົວພັນຮ່ວມມືກັນອີກ. ທັງນີ້ ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກການຮ່ວມມືສອງຝ່າຍ, ການແລກປ່ຽນຖອດຖອນບົດຮຽນ ທາງດ້ານວິຊາການ, ເປັນການເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງສານ ປະຊາຊົນແຂວງຈຳປາສັກ ແລະ ສານປະຊາຊົນແຂວງຢາລາຍ ໃຫ້ມີຄວາມສະໜິດສະໜົມກົມກຽວຍິ່ງໆຂຶ້ນ.

ຂ່າວ: ທັດຊະນະ

ພາບ: ພູທິບສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments