ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດ ຖະກິດ-ການເງິນ ແລະ ປະຕິບັດຕາມຄໍາສັ່ງສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ, ທັງຮັບປະກັນໃຫ້ຫົວໜ່ວຍງົບປະມານ, ສາມາດຫັນໄປສູ່ຫົວໜ່ວຍງົບປະມານກຸ້ມຕົນເອງໃນປີ 2023.

ໃນວັນທີ 24 ພະຈິກ 2022 ຜ່ານມານີ້, ກົມສ່ວຍສາອາກອນ ກະຊວງການເງິນ, ນໍາໂດຍທ່ານ ທໍາມະລົດຣາຊະພົນຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ ແລະ ຜັນຂະຫຍາຍ ການຄຸ້ມຄອງການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ຜ່ານອຸປະກອບ iPOS ຢູ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ຢູ່ກົມກົງສຸນ ແລະ ກົມການເງິນຂອງກະຊວງການຕ່າງປະເທດ, ກ່ຽວກັບການຄຸ້ມຄອງການຈັດເກັບຄ່າທໍານຽມ ແລະ ບໍລິການ ຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ຕາມລັດຖະບັນຍັດ 002/ປປທ ທີ່ໄດ້ກໍານົດໄວ້.

ການລົງຊຸກ ຍູ້ການເກັບຄ່າທໍານຽມ-ຄ່າບໍລິການຜ່ານ iPOS ຄັ້ງນີ້, ໄດ້ມີການແລກປ່ຽນກັນຫລາຍບັນຫາໃນການຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຄຸ້ມຄອງການຈັດເກັບຄ່າທໍານຽມ ແລະ ບໍລິການຂອງກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ກົມກົງສຸນ ແລະ ກົມການເງິນ ຂອງກະຊວງການຕ່າງປະເທດ ແລະ ອີກ 6 ຈຸດ ໃຫ້ບໍລິການໃນຂອບເຂດທົ່ວປະເທດ ຜ່ານອຸປະກອນ iPOS ຊຶ່ງເຫັນໄດ້ສະພາບການທີ່ມີທັງຂໍ້ດີ ແລະ ຂໍ້ສະດວກ ໃນການປະຕິບັດວຽກງານຕົວຈິງ. ການຫັນວຽກງານເປັນທັນສະໄໝ ແມ່ນເປັນວຽກງານສໍາຄັນໜຶ່ງ ທີ່ພັກ-ລັດຖະບານ ເລັ່ງໃສ່ໃຫ້ຫັນເປັນທັນສະໄໝໃນຫລາຍຂົງເຂດວຽກງານ ຊຶ່ງວຽກງານການຄຸ້ມຄອງການຈັດເກັບຄ່າທໍານຽມ ແລະ ບໍລິການ ກໍເປັນວຽກງານໜຶ່ງທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ໂດຍຜ່ານການນໍາໃຊ້ອຸປະກອນ iPOS ເພື່ອລວມສູນງົບປະມານຂອງລັດ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ.

ພ້ອມນັ້ນ, ໃນກອງປະຊຸມຄະນະທິມງານຈາກກົມສ່ວຍສາອາກອນ ຍັງໄດ້ມີການນໍາສະເໜີຂັ້ນຕອນ, ວິທີການນໍາໃຊ້ອຸປະກອນ iPOS ເນື່ອງຈາກການນຳໃຊ້ອຸປະກອນນີ້ ແມ່ນການຄຸ້ມຄອງການລວມສູນງົບປະມານຂອງລັດ, ຕ້ານການຮົ່ວໄຫລ ທີ່ອີງໃສ່ເລກທີ 18/ນຍ ໂດຍສັງລວມໃນຖານຂໍ້ມູນຂອງລະບົບTaxRIS ຂອງກົມສ່ວຍສາອາກອນ ກະຊວງການເງິນ, ເປັນອຸປະກອນທີ່ຈະຊ່ວຍໃຫ້ການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ມີຄວາມສະດວກສະບາຍ, ສາມາດຕິດຕາມການເຄື່ອນໄຫວໄດ້ຕະຫລອດເວລາ, ທັງສາມາດກວດກາຄືນຂໍ້ມູນ ແລະ ສັງລວມສະຫລຸບລາຍງານໄດ້ ດ້ວຍລະບົບທີ່ທັນສະໄໝ, ທັງສາມາດອອກໃບບິນໃຫ້ດ້ວຍ ເຄື່ອງພິມແທນການຂຽນໃບບິນແບບເກົ່ານໍາດ້ວຍ.

LEAVE A REPLY

Please enter your comment!
Please enter your name here