Wednesday, October 2, 2024
Homeຂ່າວໜ້າໜຶ່ງສຳເລັດພາລະກິດການເຄື່ອນໄຫວໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ

ສຳເລັດພາລະກິດການເຄື່ອນໄຫວໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ

ທິມງານໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ທີ່ເຄື່ອນໄຫວຮ່ວມກັນລະຫວ່າງສະມາຄົມນັກປະພັນລາວ ນຳໂດຍ ທ່ານ ທອງໃບ ໂພທິສານ ປະທານສະມາຄົມ ແລະ ສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ນຳໂດຍທ່ານ ນາງ ແສງແກ້ວ ຫົວໜ້າ CMG ປະຈໍາລາວພ້ອມທີມງານ 30 ທ່ານ, ປະກອບມີນັກປະພັນ,​ ນັກແຕ້ມ,​ ຊ່າງພາບ ແລະ ນັກຂ່າວ CMG ໄດ້ອອກເດີນທາງເຄື່ອນໄຫວເກັບກໍາຂໍ້ມູນຢູ່ບັນດາແຂວງທີ່ມີລົດໄຟແລ່ນຜ່ານນັບແຕ່ວັນທີ 8 ພະຈິກ ເປັນຕົ້ນມາ ແລະ ໄດ້ເດີນທາງກັບຄືນສູ່ນະຄອນຫຼວງວຽງຈັນ ເມື່ອວັນທີ 23 ພະຈິກນີ້ດວ້ຍສໍາເລັດ.

ຕະຫຼອດໄລຍະການເຄື່ອນໄຫວທິມງານໂຄງການໄດ້ເລີ່ມເກັບກໍາຂໍ້ມູນຢູ່ 4 ແຂວງ ແລະ 1​ ນະຄອນຫຼວງ ຂອງສປປ ລາວ ໂດຍເລີ່ມຈາກນະຄອນຫຼວງວຽງຈັນ ທີ່ສູນສ້ອມແປງ ແລະ ບໍາລຸງຮັກສາຫົວຈັກລົດໄຟວຽງຈັນໃຕ້ (ດົງໂພສີ) ແລະ ບໍລິສັດກໍ່ສ້າງທາງລົດໄຟເລກ 2. ຫຼັງຈາກນັ້ນ, ທີມງານກໍເດີນທາງດ້ວຍລົດໄຟລາວ-ຈີນໄປແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ພ້ອມທັງເຂົ້າຢ້ຽມຢາມການນໍາ ແລະ ຮັບຟັງການລາຍງານສະພາບຂອງແຕ່ລະແຂວງ ແລະພະແນກການທີ່ກ່ຽວຂ້ອງກ່ອນລົງເຄື່ອນໄຫວເກັບກໍາຂໍ້ມູນທີ່ປິ່ນອ້ອມກັບລົດໄຟລາວ-ຈີນ. ສໍາລັບແຂວງຫຼວງນໍ້າທາທີມງານໄດ້ໄປສໍາພາດຜູ້ປະກອບການລົດຂົນສົ່ງໂດຍສານປະຈໍາສະຖານີນາເຕີຍ, ພະນັກງານລາວ ແລະ ຈີນ ທີ່ເຮັດວຽກຢູ່ສະຖານີ, ບ້ານຈັດສັນນາເຕີຍ ແລະ ເດີນທາງໄປບໍ່ເຕ່ນສໍາພາດປະຊາຊົນ ແລະ ສໍາພາດຫົວໜ້າສະຖານີ ພ້ອມພະນັກງານຢູ່ທີ່ສະຖານີດັ່ງກ່າວ.

ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງຫຼວງນໍ້າທາໄດ້ຕີລາຄາສູງຕໍ່ການລົງເຄື່ອນໄຫວ ແລະ ການຮ່ວມເຮັດວຽກກັບໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນວ່າ: ເປັນໂຄງການທີມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເປັນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີຂອງຄູ່ຮ່ວມຊາຕາກໍາລາວ-ຈີນຢ່າງແທ້ຈິງ.

ສໍາລັບແຂວງອຸດົມໄຊ, ທີມງານໄດ້ສໍາພາດພະນັກງານທີ່ນໍາໃຊ້ລົດໄຟ, ຫັດຖະກໍາໄຕລື້, ປະຊາຊົນຢຸ່ບ້ານນາຄົກ ເມືອງງາ, ບ້ານຈັດສັນໃໝ່ທີ່ຖືກຜົນກະທົບ ແລະ ໄດ້ຮັບການຊວ່ຍເຫຼືອຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ກະສິກໍາສົ່ງເສີມອາຊີບໃຫ້ແກ່ປະຊາຊົນ, ການປູກມອນລ້ຽງມ້ອນສົ່ງຂາຍໃຫ້ສປຈີນ ທີ່ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ແລະ ຍັງໄດ້ໄປສໍາພາດພະນັກງານລາວ-ຈີນ ຢູ່ທີ່ສະຖານີເມືອງໄຊ ແລະສະຖານີລົດໄຟເລກ 2 ຕາມຄວາມຮັກແພງລາວ-ຈີນ ລະຫວ່າງຄົນຈີນກັບຄົນລາວ. ທ່ານ ແສງຈັນ ສຸກະເສມ ນັກປະພັນລາວໄດ້ກ່າວວ່າ: ປະທັບໃຈທີ່ທິມງານໂຄງການໄດ້ລົງໃກ້ຊິດຕິດແທດກັບປະຊາຊົນ,ໄດ້ສຳພັດກັບເຕັກນິກວິຊາການທີ່ກ່ຽວຂ້ອງກັບແລວທາງລົດໄຟ ເປັນການເປີດໂອກາດໃຫ້ນັກຂຽນໄດ້ມີຂໍ້ມູນຫຼາຍຢ່າງເພື່ອນໍາໄປຂຽນເປັນບົດກະວີ, ບົດເລື່ອງສັ້ນ, ນະວະນິຍາຍໃນອະນາຄົດ ແລະ ຕະຫຼອດການເດີນທາງກໍໄດ້ແຮງບັນດານໃຈເລື່ອງສັ້ນມີຊື່ວ່າ: ດອກໄມ້ສອງແຜ່ນດິນ.

ນອກຈາກນີ້, ທີມງານກໍໄດ້ໄປສໍາພາດປະຊາຊົນຢູ່ບ້ານຈັດສັນໃໝ່ ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ, ການທ່ອງທ່ຽວຕາດກວາງຊີ, ຕາດຮ້ອຍຄົວ, ຫັດຖະກໍາຜານົມ ພາຍຫຼັງມີລົດໄຟເຮັດໃຫ້ການທ່ອງທ່ຽວຫຼວງພະບາງມີບັນຍາ ກາດຟົດຟື້ນ. ໃນໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວຍັງໄດ້ເດີນທາງມາແຂວງຫຼວງພະບາງ ເພື່ອຢ້ຽມຢາມຖາມຂ່າວ ແລະ ໃຫ້ກໍາລັງໃຈແກ່ບັນດານັກປະພັນ, ນັກແຕ້ມ, ຊ່າງພາບ ແລະ ນັກຂ່າວ CMG ປະຈໍາລາວ. ຫຼັງຈາກນັ້ນ, ທີມງານກໍສືບຕໍ່ເດີນທາງໄປເກັບກໍາຂໍ້ມູນຢູ່ເມືອງວັງວຽງ ແຂວງວຽງຈັນ ແລະ ໄດ້ຮັບການຕ້ອນຮັບຈາກຄະນະນຳເມືອງວັງວຽງ ແລະ ໄດ້ໄປເກັບກໍາຂໍ້ມູນສໍາພາດພະນັກງານເຮັດວຽກຢູ່ສະຖານີກາສີ ກ່ອນເດີນທາງກັບນະຄອນຫລວງວຽງຈັນ.

ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວກ່າວວ່າ: ການເດີນທາງຕະຫຼອດໄລຍະຕາມເສັ້ນທາງລົດໄຟລາວ-ຈີນ ທີ່ຜ່ານມາໄດ້ໃຫ້ຄວາມຮູ້, ບົດຮຽນ ແລະ ສິ່ງໃໝ່ໆ ໃຫ້ແກ່ນັກປະພັນ ນັກກະວີ ເພື່ອນໍາໄປປະດິດຄິດແຕ່ງເປັນບົດປະພັນວັນນະຄະດີ ການຈັດຕັ້ງປະຕິບັດດັ່ງກ່າວເກີດໝາກຜົນໃນໄລຍະຕົ້ນ ເຊິ່ງຈະລໍຖ້າການປະພັນບົດຕ່າງໆ ອອກມາ ແລະ ຈັດພິມເປັນເຫຼັ້ມໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments