Wednesday, October 2, 2024
Homeຂ່າວຕ່າງປະເທດຄະນະສະຫະພັນນັກຮົບເກົ່າ ກອງພັນໃຫຍ່ 335 ກອງພົນ 324 ແຂວງເຫງະອານ ສສ ຫວຽດນາມ ມາຢ້ຽມຢາມ ແຂວງໄຊສົມບູນ

ຄະນະສະຫະພັນນັກຮົບເກົ່າ ກອງພັນໃຫຍ່ 335 ກອງພົນ 324 ແຂວງເຫງະອານ ສສ ຫວຽດນາມ ມາຢ້ຽມຢາມ ແຂວງໄຊສົມບູນ

ຄະນະສະຫະພັນນັກຮົບເກົ່າ ກອງພັນໃຫຍ່ 335 ກອງພົນ 324 ປະຈຳແຂວງເຫງະອານ ສສ ຫວຽດນາມ

ຊຶ່ງນຳໂດຍ ສະຫາຍ ພັອ ເຈິ່ນ ວັນ ນາມ ຫົວໜ້າຄະນະສະຫະພັນນັກຮົບເກົ່າ ກອງພັນໃຫຍ່ 335 ກອງພົນ 324 ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສະໜາມຮົບເກົ່າ ຢູ່ແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 23 ພະຈິກ 2022 ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ສະຫາຍ ພັທ ສຸວັນລໍ່ ເຍ່ຍປໍ ປະທານສະຫະພັນນັກຮົບເກົ່າແຂວງໄຊສົມບູນ, ມີບັນດາຮອງສະຫະພັນນັກຮົບເກົ່າ, ຮອງຫົວໜ້າຫ້ອງວ່າການແຂວງ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ສະແດງຄວາມຕ້ອນຮັບ ຊຶ່ງສະຫາຍຮູ້ສຶກດີໃຈ ທີ່ໄດ້ຕາງໜ້າໃຫ້ອົງຄະນະພັກ, ສະພາປະຊາຊົນ, ອົງການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົບັນດາເຜົ່າ ແຂວງໄຊສົມບູນ ຕ້ອນຮັບສະຫາຍ ພັອ ເຈິ່ນ ວັນ ນາມ ຫົວໜ້າຄະນະສະຫະພັນນັກຮົບເກົ່າ ກອງພັນໃຫຍ່ 335 ກອງພົນ 324 ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມສະໜາມຮົບເກົ່າຢູ່ແຂວງໄຊສົມບູນ, ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ສາຍພົວພັນສາມັກຄີພິເສດ, ມິດຕະພາບທີ່ຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ ແມ່ນສາຍພົວພັນທີ່ຍິ່ງໃຫຍ່ ທີ່ຫາຍາກທີ່ສຸດ ທີ່ເພີມພູນຄູນສ້າງ ຮ່ວມກັນຜ່ານຜ່າແຕ່ລະບັ້ນຮົບ ຕ້ານສັດຕູຕົວດຽວກັນ ເພື່ອປົດປ່ອຍປະເທດຊາດຂອງພວກເຮົາ ຊຶ່ງມາຈາກຢາດເຫື່ອ, ເລືອດເນື້ອ ຂອງບັນດາສະຫາຍທະຫານອາສາສະໜັັັກ ແລະ ຊ່ຽວຊານການທະຫານ. ໃນທາມກາງບັນຍາກາດອັນພິເສດ ສອງປະເທດທີ່ສະເຫລີມສະຫລອງ 2 ວັນປະຫວັດສາດ, ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ການມາຢ້ຽມຢາມຖາມຂ່າວໃນຄັ້ງນີ້ ແມ່ນເປັນການສືບຕໍ່ຢັ້ງຢືນຄວາມຮັກແພງອັນລໍ້າຄ່າ, ບໍລິສຸດຜຸດຜ່ອງ, ຄວາມສາມັກຄີພິເສດ, ມິດຕະພາບທີ່ສວຍງາມ ລະຫວ່າງ ລາວ-ຫວຽດນາມ ໃຫ້ຍືນຍາວ ແລະ ພັດທະນາຕະຫລອດໄປ. ຈາກນັ້ນ ສະຫາຍ ພັອ ເຈິ່ນ ວັນ ນາມ ຫົວໜ້າຄະນະສະຫະພັນນັກຮົບເກົ່າ ກອງພັນໃຫຍ່ 335 ກອງພົນ 324 ໄດ້ຂຶ້ນກ່າວຄຳຢ້ຽມຢາມຖາມຂ່າວ ແລະ ຂໍຂອບໃຈຢ່າງສູງມາຍັງການຕ້ອນຮັບອັນອົບອຸ່ນ, ໃນການມາຢ້ຽມຢາມ ແຂວງໄຊສົມບູນ ກໍຄືມາບ້ານເກີດເມືອງນອນຫລັງທີ 2 ສະໄໝໄດ້ຖືກມອບໝາຍໃຫ້ປະຕິບັດໜ້າທີ່ສາກົນຢູ່ປະເທດລາວ ລ້ວນແຕ່ໄດ້ຮັບການຊ່ວຍເຫລືອ, ເບີ່ງແຍງ ທຸກດ້ານຈາກກອງທັບ ແລະ ປະຊາຊົນລາວ ເບີ່ງທະຫານຫວຽດນາມຄືກັນກັບອ້າຍນ້ອງລູກຫລານຮ່ວມອຸທອນດຽວກັນ. ຈາກນັ້ນ ຄະນະສະຫະພັນນັກຮົບເກົ່າ ກອງພັນໃຫຍ່ 335 ກອງພົນ 324 ແຂວງເຫງະອານ ສສ ຫວຽດນາມ ໄດ້ເຂົ້າໄຫວ້ອາໄລຢູ່ທີ່ອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ເພື່ອລະນຶກເຖິງຄຸນງາມຄວາມດີຂອງອາສາສະໜັກຫວຽດນາມ ແລະ ໄດ້ເດີນທາງທ່ຽວຊົມ ຖຳ້ເຈົ້າອະນຸວົງ ແລະ ສະຖານທີ່ຕ່າງໆທີ່ສຳຄັນຂອງແຂວງອີກດ້ວຍ.

#Medialaos

#xaysomboun

ບກ: ຄຳສາວ ເລືອງຄຳທິບ

ພາບ-ຂ່າວ: ສີລິພອນ ສົງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments