Wednesday, October 2, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີ ກະຊວງ ອຄ ຕ້ອນຮັບຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາລາວ

ລັດຖະມົນຕີ ກະຊວງ ອຄ ຕ້ອນຮັບຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາລາວ

ວັນທີ 23 ພະຈິກ 2022 ນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ ນາງ ອີນາ ມາຈູລໍນິແຕ (Ina Marčiulionytė) ເອກອັກຄະລັດຖະທູດ, ຫົວໜ້າຄະນະຫ້ອງການ ຜູ້ຕາງໜ້າສະຫະພາບ ເອີຣົບ ປະຈໍາ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການເຄື່ອນໄຫວ, ຮ່ວມມື ແລະ ຊ່ວຍ ເຫລືອ ລະຫວ່າງ ສປປ ລາວ ແລະ ສະຫະພາບ ເອີຣົບ ໃນໄລຍະຜ່ານມາ ແລະ ການຮ່ວມມືໃນອະນາຄົດ.

ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຂອບໃຈທີ່ ສະຫະພາບ ເອີຣົບ ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອຕໍ່ ສປປ ລາວ ໃນຫລາຍຂະແໜງການ ລວມທັງການຊຸກຍູ້ສົ່ງເສີມການຄ້າສອງຝ່າຍ ແລະ ການລົງທຶນ ໃນ ລາວ ຫລາຍຂຶ້ນ ໂດຍສະເພາະ ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫລືອ ຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍຜ່ານຫລາຍໂຄງການ ເປັນຕົ້ນ ໂຄງການພັດທະນາການຄ້າ (TDF) ໄລຍະ 1 ແລະ 2 ແລະ ໂຄງການ ARISE Plus Laos. ພ້ອມນັ້ນ, ທ່ານ ມະໄລທອງ ກົມມະສິດ ຍັງໄດ້ສະເໜີ ໃຫ້ສະຫາພາບເອີຣົບ ສະໜັບໜູນໃຫ້ແກ່ການວຽກງານ ຫລື ກິດຈະກໍາພັດທະນາວຽກງານການເຕີບໂຕສີຂຽວ, ຊັບພະຍາກອນມະນຸດ ພາຍໃຕ້ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) 2021-2025 ຂອງ ສປປ ລາວ ທີ່ຕິດພັນກັບຂະແໜງ ອຸດສາຫະກຳ ແລະ ການຄ້າ, ສະໜັບສະໜູນການພັດທະນາ ແລະ ປັບປຸງພາກທຸລະກິດເອກະຊົນລາວ ໃຫ້ມີບົດບາດສຳຄັນໃນການສົ່ງເສີມ ແລະ ຊຸກຍູ້ຄວາມຫລາກຫລາຍດ້ານເສດຖະກິດ, ສ້າງວຽກເຮັດງານທຳ ແລະ ຫລຸດຜ່ອນຄວາມທຸກຍາກ ຂອງ ສປປ ລາວ.

ທ່ານ ນາງ ອີນາ ມາຈູລໍນິແຕ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ມະໄລທອງ ກົມມະສິດ ທີ່ໄດ້ໃຫ້ຕ້ອນຮັບໃນຄັ້ງນີ້, ພ້ອມທັງ ຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອແກ່ ສປປ ລາວ ໃນທຸກຂະແໜງການທີ່ກ່ຽວຂ້ອງ ຕື່ມອີກ, ພ້ອມທັງ ອວຍພອນໃຫ້ທ່ານ ລັດ ຖະມົນຕີ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ຕົນ ເພື່ອເຮັດໃຫ້ວຽກງານດ້ານການຄ້າ, ການລົງທຶນ ຢູ່ ສປປ ລາວ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments