Wednesday, October 2, 2024
Homeຂ່າວພາຍໃນຄະນະພັກຮາກຖານ ກົມສ່ວຍສາອາກອນສະຫລຸບການເຄື່ອນໄຫວວຽກງານພັກ-ພະນັກງານ

ຄະນະພັກຮາກຖານ ກົມສ່ວຍສາອາກອນສະຫລຸບການເຄື່ອນໄຫວວຽກງານພັກ-ພະນັກງານ

ຄະນະພັກຮາກຖານກົມສ່ວຍສາອາກອນ ກະຊວງການເງິນ ຈັດກອງປະຊຸມສະ ຫລຸບການເຄື່ອນໄຫວວຽກງານພັກ-ພະນັກງານໄລຍະ 11 ເດືອນ ແລະ ທິດທາງແຜນການເດືອນ 12ປີ 2022 ໃນວັນທີ 22ພະຈິກ 2022 ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ມີສະຫາຍ ບຸນປະເສີດ ສີກຸນລະບຸດ ກຳມະການພັກກະຊວງ, ເລຂາ ຄະນະພັກຮາກຖານກົມສ່ວຍສາອາກອນ, ມີຮອງເລຂາຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ສະມາຊິກພັກທີ່ຂຶ້ນກັບຄະນະພັກຮາກຖານ ກົມສ່ວຍສາອາກອນ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ບຸນປະເສີດ ສີກຸນລະບຸດ ກຳມະການພັກກະຊວງ, ເລຂາຄະນະພັກຮາກຖານກົມສ່ວຍສາອາກອນ ໄດ້ສະຫລຸບຕີລາຄາລວມເຫັນວ່າ: ຄະນະພັກຮາກຖານ, ໄດ້ເອົາ ໃຈໃສ່ຊີ້ນຳ-ນໍາພາບັນດາໜ່ວຍພັກ ອ້ອມຂ້າງຄະນະພັກຮາກຖານຢ່າງໃກ້ຊິດຕິດແທດ; ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ກວດກາ, ຕິດ ຕາມ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານປະຈໍາປີ ຂອງພະນັກງານ-ສະມາຊິກພັກ ທັງໝົດ 125 ສະຫາຍ, ຍິງ 44 ສະຫາຍ; ຊຸກຍູ້ການປະຕິບັດໜ້າທີ່ການເມືອງໂດຍເລັ່ງໃສ່ວຽກງານເກັບລາຍຮັບເປັນຕົ້ນຕໍ; ເອົາໃຈໃສ່ໃນວຽກງານກົງຈັກການຈັດຕັ້ງ ໂດຍສະເພາະການກະກຽມປັບປຸງພາ ລະບົດບາດຂອງຂະແໜງສ່ວຍສາອາກອນຄືນໃໝ່ ເພື່ອໃຫ້ສອດຄ່ອງແທດເໝາະກັບວຽກງານຕົວຈິງ; ພາຍຫລັງມີການຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດໃນປີຜ່ານມາ, ສະມາຊິກພັກ-ພະນັກງານມີແນວຄິດຫລັກໝັ້ນ, ອຸ່ນອຽງ, ທຸ່ນທ່ຽງ ພ້ອມກັນປະຕິບັດຕາມແນວທາງຂອງພັກ-ລັດ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ສະແດງອອກໃຫ້ເຫັນດ້ານດີຜົນສໍາເລັດ; ຄະນະພັກຮາກຖານກົມສ່ວຍສາອາກອນ ໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມຄະນະບໍລິຫານງານພັກເປີດກ້ວາງ ຄັ້ງທີ 1 ຫາ 6, ສະໄໝທີ III ຂອງອົງຄະນະພັກກະຊວງການເງິນຢ່າງຕັ້ງໜ້າ; ເອົາໃຈໃສ່ໃນການຜັນຂະຫຍາຍມະຕິຄຳສັ່ງຕ່າງໆທີ່ທາງຂັ້ນເທິງວາງອອກແຕ່ລະໄລຍະໃຫ້ເຂົ້າສູ່ລວງເລິກ ແລະ ຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະຕົວຈິງໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຄໍາສັ່ງເລກທີ 18/ນຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ.

ຜ່ານການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງໃນ 11 ເດືອນ ປີ 2022 ຄະນະພັກຮາກຖານກົມສ່ວຍສາອາກອນ, ສາມາດຍາດມາໄດ້ຜົນສຳເລັດ ໃນການຈັດຕັ້ງປະຕິບັດເກັບລາຍຮັບໄດ້ທັງໝົດຮອດວັນທີ 14 ພະຈິກ 2022 ສາມາດເກັບໄດ້ 17.602 ຕື້ກວ່າກີບ, ເທົ່າກັບ 88,8% ຂອງແຜນການດັດແກ້ ໃນນີ້, ສ່ວຍສາອາກອນປະຕິບັດໄດ້ 11.727 ຕື້ກວ່າກີບ, ເທົ່າກັບ 81,31%, ລາຍຮັບຊັບສິນ ປະຕິບັດໄດ້ 4.233 ຕື້ກີບ, ເທົ່າກັບ 108,9%, ລາຍຮັບຈາກ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ(ປລປ) ປະຕິບັດໄດ້ 1,640 ຕື້ກີບເທົ່າກັບ 108,5% ຂອງແຜນດັດແກ້. ພ້ອມກັນນັ້ນ, ກົມສ່ວຍສາອາກອນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ລາຍຮັບທ້າຍປີໂດຍແບ່ງຄວາມຮັບຜິດຊອບໃຫ້ຄະນະກົມໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການເກັບລາຍຮັບຈາກຫົວໜ່ວຍທຸລະກິດຂະໜາດໃຫຍ່ ແລະ ຄາດວ່າໝົດປີຈະສາມາດປະຕິບັດລາຍຮັບທັງໝົດເທົ່າກັບ 113,6% ໃນນີ້, ສ່ວຍສາອາກອນລາຍຮັບໝົດປະຕິບັດໄດ້ 104,6%, ລາຍຮັບຊັບສິນປະຕິບັດໄດ້ 140,0% ແລະ ລາຍຮັບຈາກ ປລປ ໝົດປີຈະປະຕິບັດໄດ້ 113,6%.

ສຳລັບ ທິດທາງແຜນການເຄື່ອນໄຫວຕໍ່ໜ້າ ແລະ ວຽກງານຂໍ້ຄົງຄ້າງທີ່ຈະພ້ອມກັນແກ້ໄຂເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງຂັ້ນເທິງ, ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານຂະຫຍາຍພັກ, ວຽກງານຕິດພັນກັບງົບປະມານບໍລິຫານຂອງບັນດາເມືອງ, ການເລືອກເຟັ້ນ, ຈັດວາງສັບຊ້ອນພະນັກງານ, ການກໍ່ສ້າງ-ບໍາລຸງພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກແກ້ໄຂຜົນການກວດສອບ ແລະວຽກຫັນເປັນທັນສະໄໝໃຫ້ສຳເລັດຕາມລະດັບຄາດໝາຍ.

ໃນໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກຮາກຖານກົມສ່ວຍສາອາກອນ ເອົາໃຈໃສ່ປຸກລະດົມສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະ ນັກງານໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເອກະສານຂອງພັກ ແລະ ວາລະແຫ່ງຊາດ, ຄໍາສັ່ງເລກທີ 18/ນຍ ທີ່ຕິດພັນກັບການຊີ້ນໍາ-ນໍາພາຂອງຄະນະພັກ; ການຈັດຕັ້ງປະຕິບັດການເຄື່ອນໄຫວຂອງຄະນະພັກຮາກຖານ; ພ້ອມກັນປະຕິບັດຕາມແຜນການດໍາເນີນງານຂອງພັກ, ຊີ້ນໍາຂົງເຂດວຽກລັດໃຫ້ສາມາດເຄື່ອນໄຫວໄປຢ່າງມີປະສິດທິຜົນ, ຮັບປະກັນຜົນໄດ້ຮັບຢ່າງເຂັ້ມງວດ, ພ້ອມກັນຜ່ານມາອຸປະສັກແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ; ສືບຕໍ່ປັບປຸງພາລະບົບບາດກົງຈັກການຈັດຕັ້ງຂອງກົມສ່ວຍສາອາກອນຄືນໃໝ່, ປັບປຸງຂັ້ນຂອດ, ສິ່ງກີດຂວາງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ລະບຽບການຕ່າງໆໃຫ້ໂລ່ງລ່ຽນພາຍໃນພັກ, ປັບປຸງກົງຈັກເຮັດວຽກຂອງສ່ວຍສາອາກອນຕາມສາຍຕັ້ງ, ການກຳນົດໜ້າວຽກແຕ່ສູນກາງ-ຮອດທ້ອງຖິ່ນ ໃຫ້ຮັດແຄບເຂົ້າແຕ່ມີປະສິດທິພາບປະສິດທິຜົນ ແລະ ເຂັ້ມງວດໃນການນໍາໃຊ້ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ມີປະສິດພາບປະສິດທິຜົນສູງ.

ຂ່າວ-ພາບ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments