Tuesday, October 1, 2024
Homeຂ່າວພາຍໃນຫ້ອງເສນາທິການ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງນຳໃຊ້ກຳລັງ ໃນງານສະເຫຼີມ ສະຫຼອງວັນສ້າງຕັ້ງກອງພົນ ຄົບຮອບ 40 ປີ.

ຫ້ອງເສນາທິການ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງນຳໃຊ້ກຳລັງ ໃນງານສະເຫຼີມ ສະຫຼອງວັນສ້າງຕັ້ງກອງພົນ ຄົບຮອບ 40 ປີ.

ໃນວັນທີ 18 ພະຈິກ 2022 ນີ້, ຫ້ອງເສນາທິການ ກອງພົນທະຫານຮາບທີ 4 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ, ການນຳໃຊ້ກຳລັງ, ພາຫະນະ, ປ້ອງກັນຄວາມສະຫງົບ ແລະ ຂະບວນການກິລາການທະຫານ, ກິລາມວນຊົນ ໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນ ທະຫານຮາບທີ 4 ຄົບຮອບ 40 ປີ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ບຸນທັນ ແກ້ວພູວົງ ຄະນະພັກກອງພົນ, ຫົວໜ້າຫ້ອງເສນາທິການກອງພົນທະຫານຮາບທີ 4, ມີຄະນະພັກ – ຄະນະຫ້ອງເສນາ, ຕະຫຼອດຮອດກົມກອງອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນໂທ ຄຳຕັນ ບົວລະພາ ຮອງຫົວໜ້າພະແນກອົບຮົມຫ້ອງເສນາທິການ ກອງພົນທະຫານຮາບທີ 4 ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ການນຳໃຊ້ກຳລັງ, ພາຫະນະ, ການປ້ອງກັນຄວມສະຫງົບ ແລະ ຂະບວນການແຂ່ງຂັນກິລາ ໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນ ຄົບຮອບ 40 ປີ ໃນບົດສະຫຼຸບໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້, ເປັນຕົ້ນ ຄະນະພັກ – ຄະນະບັນຊາໃນແຕ່ລະຂັ້ນ ໄດ້ເປັນຈິດໜຶ່ງໃຈດຽວກັນ ລົງໃກ້ສິດຕິດແທດ ຊີ້ນຳຢ່າງຮັດກຸມຈຶ່ງເຮັດໃຫ້ການຈັດຕັ້ງ, ການນຳໃຊ້ກຳລັງ,ພາຫະນະ, ລວມໄປເຖິງວັດຖຸອຸປະກອນຕ່າງໆແມ່ນຄົບຖ້ວນ ແລະ ທັນກັບເວລາ, ບັນດາອະນຸກຳມະການແມ່ນມີຄວາມຮັບຜິດຊອບສູງ, ປະສານສົມທົບ ກັບກ້ອນກຳລັງຢ່າງເປັນປະຈຳ, ບັນດາອ້າຍນ້ອງແຕ່ລະພາກສ່ວນມີຄວາມສາມັກຄີເປັນເອກະພາບກັນ, ມີຄວາມຮັກແພງ, ມີຄວາມອົດທົນຜ່ານຜ່າອຸປະສັກຕ່າງໆ ຈົນເຮັດໃຫ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທະຫານຮາບທີ 4 ຄົບຮອບ 40 ປີ ເຕັມໄປດ້ວຍເນື້ອໃນບັນຍາກາດຟົດຟື້ນມ່ວນຊື່ນ ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນປະກອບຄຳຄິດ ຄຳເຫັນຢ່າງກົງໄປ ກົງມາ, ຕຳນິຕິຊົມເຊິ່ງກັນ ແລະ ກັນ ດ້ວຍເນື້ອໃນຄວາມໝາຍ ຄວາມສຳຄັນຢ່າງເລິກເຊິ່ງ ໃນໂອກາດດັ່ງກ່າວ ສະຫາຍ ພັນໂທ ຄຳບາງ ກອງມີໄຊ ຫົວໜ້າພະແນກກຳລັງພົນ ຫ້ອງເສນາທິການ ກອງພົນທະຫານຮາບທີ 4 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ ເສນາທິການກອງທັບວ່າດ້ວຍການເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ ຈຳນວນ 284 ສະຫາຍຕື່ມອີກ.

ສະຫາຍ ພັນໂທ ບຸນທັນ ແກ້ວພູວົງ ກຳມະຫານ ຄະນະພັກກອງພົນ, ຫົວໜ້າຫ້ອງເສນາທິການກອງພົນທະຫານຮາບທີ 4 ໄດ້ໂອ້ລົມ ຫຼາຍບັນຫາ ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ໄດ້ເຄື່ອນໄຫວ ແລະ ເຮັດສຳເລັດໜ້າທີ່ໃນງານສະເຫຼີມສະຫຼອງ ວັນສ້າງຕັ້ງກອງພົນທະຫານຮາບທີ 4 ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ແຕ່ລະສະຫາຍທີ່ເຂົ້າຮ່ວມກອງປະຊຸມຈົ່ງພ້ອມເປັນເຈົ້າການຍົກສູງວຽກງານ – ການເມືອງແນວຄິດໃຫ້ສູງຂຶ້ນກວ່າເກົ່າ, ພ້ອມກັນຊີ້ນຳ – ນຳພາການຝຶກອົບຮົມປະຈຳປີ, ການສ້າງແຜນການນຳໃຊ້ກຳລັງ, ພາຫະນະ ແລະ ອຸປະກອນຕ່າງໆ ໃຫ້ຖືກຕ້ອງຕາມຄວາມເໝະສົມ ຄົບຖ້ວນ ແລະ ທັນເວລາ, ມີຄວາມສາມັກຄີພາຍໃນ – ພາຍນອກ, ມີຄວາມບຸກບືນຫ້າວຫັນ, ມີລະບຽບວິໃນເຂັ້ມງວດ, ອົດທົນຜ່ານຜ່າອຸປະສັກນາໆ ປະການ, ມີຄວາມເປັນລະບຽບຈົບງາມ, ເພື່ອສຸມໃສ່ງານສະເຫຼີມສະຫຼອງຄັ້ງຕໍ່ໄປໃຫ້ມີຄວາມຮັບປະກັນ, ຄວາມປອດໄຟ ແລະ ສຳເລັດຜົນຢ່າງຈົບງາມ ກາຍເປັນກອງທັບທີ່ທັນສະໃໝຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບໂດຍ: ຮທ ໂພຄຳ ພອນປະເສີດ, ຮທ ອານຸສັກ ຈູມມະນີວົງ ກອງພົນທີ 4

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments