ໃນວັນທີ 22 ພະຈິກ 2022 ທີ່ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ພົບປະປຶກສາຫາລືວຽກງານ ລະຫວ່າງ ສອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຢ່າງເປັນທາງການ ໃນຫ່ວາງວັນທີ 21 ຫາ 22 ພະຈິກ 2022 ຢູ່ນະຄອນຫຼວງວຽງຈັນ.

ໂອກາດນີ້ ສະຫາຍ ເລຂາທິການໃຫຍ່ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ຄະນະຜູ້ແທນຈາກຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ອັນໄດ້ປະກອບສ່ວນເຮັດໃຫ້ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປະຈຳປີ 2022 ມີບັນຍາກາດ ຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ໜັກແໜ້ນ ພ້ອມທັງເປັນການສືບຕໍ່ເສີມຂະຫຍາຍເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງຫ້ອງວ່າການສູນກາງພັກ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ

ໃນໂອກາດດັ່ງກ່າວ, ສະຫາຍ ເລ ມິງຮຶງ ໄດ້ນໍາເອົາຄວາມຢ້ຽມຢາມ ຖາມຂ່າວ, ຄວາມເຄົາລົບ, ຄວາມຮັກແພງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫ່ວາງ ຫວຽດນາມ ແລະ ລາວ ຂອງ ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ແລະ ສະຫາຍ ຫງວຽນ ຊວັນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ມາຍັງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມມີ້, ກໍໄດ້ລາຍງານຜົນສຳເລັດການພົບປະປຶກສາຫາລື ແລະ ຕົກລົງ ລະຫວ່າງ ສອງຫ້ອງວ່າການສູນກກາງພັກ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າໃນການປະບັດໜ້າທີ່ເປັນເສນາທິການໃຫ້ແກ່ກົມການເມືອງ ແລະ ສະຫາຍເລຂາທິການໃຫຍ່ ເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ກໍຄື ການປະຕິບັດມະຕິ ຄຳສັ່ງຂອງກົມການເມືອງສູນກາງພັກ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ຢ່າງມີປະສິດທິຜົນ.

ພ້ອມກັນນັ້ນສອງຫ້ອງວ່າການຍັງໄດ້ຈັດມີການເຄື່ອນໄຫວກິດຈະກໍາທີ່ສໍາຄັນຕ່າງໆ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ, ເພື່ອຫວນຄືນປະຫັວດສາດ, ມູນເຊື້ອສາຍພົວພັນພິເສດ ຫວຽດນາມ-ລາວ ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ – ລາວ ຄົບຮອບ 45 ປີ.

ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນການພົບປະປຶກສາຫາລື ແລກປ່ຽນບົດຮຽນ ລະຫວ່າງ ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ພ້ອມທັງໃຫ້ທິດຊີ້ນຳໃຫ້ສອງຫ້ອງວ່າການສູນກາງພັກ ຈົ່ງພ້ອມກັນສຶບຕໍ່ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າບັນຫາຍຸດທະສາດ ກໍຄືການເປັນເສນາທິການໃຫ້ແກ່ກົມການເມືອງ ແລະ ເລຂາທິການສູນກາງພັກ ໃຫ້ນັບມື້ນັບເຂັ້ມແຂງ ແລະ ມີປະສິດທິພາບປະສິດທິຜົນຍິ່ງຂຶ້ນ.

ຂ່າວ: ຫ້ອງວ່າ​ການ​ສູນ​ກາງ​ພັກ

LEAVE A REPLY

Please enter your comment!
Please enter your name here