Monday, September 30, 2024
Homeຂ່າວໜ້າໜຶ່ງສປ ຈີນ ຊ່ວຍເຫຼືອລ້າໂຄງການອາຫານທ່ຽງໃຫ້ແກ່ 1,400 ກວ່າໂຮງຮຽນຂອງ ສປປ ລາວ

ສປ ຈີນ ຊ່ວຍເຫຼືອລ້າໂຄງການອາຫານທ່ຽງໃຫ້ແກ່ 1,400 ກວ່າໂຮງຮຽນຂອງ ສປປ ລາວ

ສປ ຈີນ ໄດ້ເຫັນດີສະໜອງການຊ່ວຍເຫຼືອລ້າດ້ານສະບຽງອາຫານປະເພດອາຫານເພີ້ມໃຫ້ແກ່ໂຄງການອາຫານທ່ຽງໃນໂຮງຮຽນຂອງສປປ ລາວ ໂດຍຜ່ານອົງການອາຫານໂລກແຫ່ງອົງການສະຫະປະຊາຊາດ (WFP) ແລະ ອົງການຊ່ວຍເຫຼືອເພື່ອການພັດທະນາສາກົນແຫ່ງ ສປ ຈີນ (CIDCA) ເຊິ່ງພິທີເຊັນສັນຍາໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 22 ພະຈິກ 2022 ໂດຍມີທ່ານພຸດ ສີມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຊຽງ ຟາງຈຽງ ທີ່ປຶກສາສະຖານທູດຈີນປະຈຳລາວ, ທ່ານ ຢານ ເດວບາເຣີ ຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກປະຈຳ ສປປ ລາວ ໃຫ້ກຽດເຂົ້າຮວ່ມ.

ການຊ່ວຍເຫຼືອລ້າດັ່ງກ່າວແມ່ນເພື່ອຊ່ວຍລັດຖະບານລາວບັນລຸເປົ້າໝາຍໃນການຫຼຸດຜ່ອນອັດຕາການຂາດສານອາຫານໃນເດັກນ້ອຍເຊິ່ງ ສປ ຈີນ ໄດ້ສະໜອງເຂົ້າສານຈ້າວ ແລະ ປາກະປ໋ອງເຂົ້າໃນໂຄງການອາຫານທ່ຽງ ເພື່ອເປັນການເພີ່ມອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມຈຳນວນ 132,450 ຄົນ ຢູ່ໂຮງຮຽນ 1,400 ກວ່າແຫ່ງໃນ ສປປ ລາວ. ເຂົ້າສານ ຈຳນວນ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ທີ່ ສປ ຈີນຈະສະໜອງໃຫ້ຜ່ານອົງການອາຫານໂລກ ,ເຊິ່ງຈະຊ່ວຍໃຫ້ກະຊວງ ສຶກສາທິການ ແລະ ກິລາ ສາມາດນຳໄປຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນຢູ່ 31 ເມືອງ ໃນ 8 ແຂວງ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໂຄງການນີ້ນັບແຕ່ພາກຮຽນທີ່ຈະມາເຖິງນີ້. ໂຄງການອາຫານທ່ຽງໃນໂຮງຮຽນແມ່ນແຜນງານລະດັບຊາດທີ່ເລີ້ມຕົ້ນດ້ວຍການ ສະໜັບສະໜູນຈາກອົງການອາຫານໂລກນັບຕັ້ງແຕ່ ປີ 2010 ເປັນຕົ້ນມາ ວຽກງານດັ່ງກ່າວໄດ້ຂະຫຍາຍຈາກ 56 ໂຮງຮຽນໃນ 2 ແຂວງ ໄປ ເປັນ 1,700 ກວ່າໂຮງຮຽນໃນ 12 ແຂວງໃນ ປີ 2022.

ໂຄງການດັ່ງກ່າວເປັນໂຄງການໜຶ່ງໃນຊຸດທໍາອິດຫຼັງຈາກທຶນການຮ່ວມມືໃຕ້-ໃຕ້ ໄດ້ກາຍເປັນໂຄງການພັດທະນາຂອງໂລກ ແລະການຮ່ວມມືໃຕ້-ໃຕ້ ພາຍໃຕ້ຂໍ້ລິເລີ່ມພັດທະນາໂລກຂອງລັດຖະບານຈີນ. ສະຫາຍປະທານປະເທດ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມພັດທະນາໂລກ (GDI) ໃນກອງປະຊຸມໃຫຍ່ອົງການສະຫະປະຊາຊາດຄັ້ງທີ 76 ເພື່ອຊຸກຍູ້ການພັດທະນາຂອງໂລກກ້າວເຂົ້າສູ່ຂັ້ນຕອນໃໝ່ທີ່ມີການເຕີບໂຕອັນສົມດູນ ມີຜົນປະໂຫຍດຕໍ່ແຕ່ລະຝ່າຍ ແລະມີການຮ່ວມມືຢ່າງມີປະສິດທິຜົນ. ໂຄງການ GDI ແມ່ນສຸມໃສ່ການຫລຸດຜ່ອນຄວາມທຸກຍາກການຄໍ້າປະກໍາສະບຽງອາຫານຕ້ານການແຜ່ລະບາດຂອງພະຍາດ ການສະໜອງທຶນເພື່ອພັດທະນາການພັດທະນາແບບສີຂຽວ ແລະ ການຫັນເປັນອຸດສະຫະກໍາ ແລະການເຊື່ອມຈອດ. ການສະໜອງອາຫານໃນໂຮງຮຽນເປັນເຄື່ອງມືຢັ້ງຢືນໃນທົ່ວໂລກວ່າມີຄວາມສຳຄັນໃນການຮັບປະກັນການ ເຂົ້າເຖິງການສຶກສາທີ່ເທົ່າທຽມ, ເປັນການສົ່ງເສີມດ້ານສຸຂະພາບ ແລະ ໂພຊະນາການທີ່ດີສໍາລັບເດັກນ້ອຍໃນ ສປປ ລາວ, ເປົ້າໝາຍຫຼັກຂອງແຜນງານແມ່ນແນ່ໃສ່ເດັກນ້ອຍໃນເຂດຊົນນະບົດ ຫ່າງໄກ ສອກຫຼີກທີ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານເຊັ່ນ: ດ້ານການຄໍ້າປະກັນສະບຽງອາຫານ, ຄວາມທຸກຍາກ ແລະ ການສຶກສາ. ດ້ວຍເຫດນີ້, ວຽກງານນີ້ຈຶ່ງມີ ຄວາມສຳຄັນໃນການຫຼຸດຜ່ອນຊ່ອງຫວ່າງ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງປະເທດ. ນອກຈາກການສະໜອງອາຫານໃນໂຮງຮຽນ, ອົງການອາຫານໂລກຍັງສະໜອງການຊ່ວຍເຫຼືອດ້ານອື່ນໆໃຫ້ແກ່ໂຮງຮຽນເຊັ່ນ: ການຕິດຕັ້ງນ້ຳສະອາດ, ບ່ອນລ້າງມື ແລະ ສຸຂະອະນາໄມ, ຊ່ວຍເຫຼືອຊຸມຊົນໃນການສ້າງເຮືອນຄົວ, ສາງເກັບເຄື່ອງ ແລະ ສວນຄົວໃນໂຮງຮຽນ. ນອກຈາກນີ້ຍັງມີກິດຈະກຳທີ່ສົ່ງເສີມການຮຽນຮູ້ໜັງສື, ສະໜອງເຮືອນຮົ່ມ ແລະ ໜອງປາໃຫ້ແກ່ຊຸມຊົນ. ນັບແຕ່ ປີ 2019, ອົງການອາຫານໂລກ ໄດ້ຫັນການພັດທະນາໂດຍມູ່ງໜ້າໄປ ສູ່ການພັດທະນາແບບຍືນຍົງ, ຫັນປ່ຽນຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ແກ່ຊຸມຊົນ ແລະ ຄະນະບໍລິຫານການສຶກສາທຸກຂັ້ນໂດຍສະໜອງການຊ່ວຍເຫຼືອດ້ານວິຊາການ ແລະ ໂອນຖ່າຍເຂົ້າໃນລະບົບການຄຸ້ມຄອງແຫ່ງຊາດ.

ໃນຊຸມປີທີ່ຜ່ານມາ, ການດຳເນີນໂຄງການອາຫານໃນໂຮງຮຽນ ຂອງອົງການອາຫານໂລກຢູ່ ສປປ ລາວໄດ້ຮັບຜົນປະໂຫຍດຈາກການ ປະກອບສ່ວນຂອງພາກເອກະຊົນຈີນ. ໃນຄັ້ງນີ້, ແມ່ນເປັນການສະໜອງຄັ້ງທຳອິດຂອງລັດຖະບານ ສປ ຈີນ.

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ການສະໜັບສະໜູນເຂົ້າສານຈ້າວ ຈໍານວນ 930 ໂຕນ ແລະ ປ໋ອງປາຈໍານວນ 120 ໂຕນ ຈາກລັດຖະບານ ສປ ຈີນ ໃນຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍ ຈະເປັນການຊ່ວຍຕື່ມເຕັມຄາບອາຫານທ່ຽງຂອງນູ້ອງນັກຮຽນໃຫ້ມີໂພຊະນາການເພີ່ມຂຶ້ນ, ທັງເປັນການສະແດງເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາຍາວນານລະຫວ່າງ ສປປ ລາວ ແລະ ສປ ຈີນ.

ທ່ານທີ່ປຶກສາສະຖານທູດຈີນປະຈຳລາວໄດ້ກ່າວວ່າ: ຝ່າຍຈີນຈະສືບຕໍ່ຮ່ວມມືນໍາລັດຖະບານລາວ, ອົງການອາຫານໂລກ (WFP) ແລະ ບັນດາຄູ່ຮວ່ມພັດທະນາຢ່າງແໜ້ນແຟ້ນຮ່ວມກັນປະຕິບັດໂຄງການຊຸກຍູ້ລະດັບການແລກປ່ຽນ ແລະ ການຮ່ວມມືນໍາໂລກ ແລະ ຮ່ວມກັນ ສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ແລະ ປະຊາຄົມຮ່ວມຊາຕາກໍາມວນມະນຸດ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments