Sunday, September 29, 2024
Homeຂ່າວໜ້າໜຶ່ງສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ ປະຈໍາປີ 2022

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ ປະຈໍາປີ 2022

ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ ປະຈໍາປີ 2022 ໃນວັນທີ 18 ພະຈິກ 2022, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ເພື່ອເປັນການພົບປະແລກປ່ຽນວັດທະນະທໍາ ກັບບັນດາທູຕານຸທູດ-ນັກການທູດຍິງ ຂອງບັນດາສໍານັກງານຕາງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ອາລຸນີ ກົມມະສິດ ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະຍາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາພັນລະຍາການນໍາ, ການນໍາເພດຍິງ, ນັກການທູດຍິງ ຂອງກະຊວງການຕ່າງປະເທດປະເທດ, ບັນດາພັນລະຍາທູຕານຸທູດ, ນັກການທູດຍິງ ຈາກສໍານັກງານຕາງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງບັນດາກະຊວງ, ອົງການທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງການຈັດງານລ້ຽງນໍ້າຊາ ເຊິ່ງເປັນກິດຈະກໍາທີ່ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດຂຶ້ນເປັນປະຈໍາທຸກປີ ເພື່ອໃຫ້ນັກການທູດຍິງ ຂອງກະຊວງການຕ່າງປະເທດລາວ, ບັນດາພັນລະຍາທູຕານຸທູດ, ຫົວໜ້າສໍານັກງານ ແລະ ນັກການທູດຍິງ ຂອງບັນດາສໍານັກງານຕາງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໄດ້ພົບປະສ້າງຄວາມລື້ງເຄີຍ, ຄວາມສະໜິດສະໜົມ ແລະ ຄວາມຮັກແພງ, ພ້ອມທັງເປັນການແລກປ່ຽນວັດທະນະທໍາ ເຊິ່ງກັນ ແລະ ກັນ. ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ບັນດາແຂກທີ່ເຂົ້າຮ່ວມງານໃນຄັ້ງນີ້, ພ້ອມທັງໄດ້ກ່າວສະແດງຄວາມຂອບໃຈຕໍ່ ບັນດາສໍານັກງານຕາງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ການຮ່ວມມື ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ສປປ ລາວ ກໍຄື ການຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍລາວ ຕະຫລອດໄລຍະຜ່ານມາ ແລະ ສະແດງຄວາມຫວັງວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງລາວ ເພື່ອສາມາດບັນລຸໄດ້ຕາມແຜນຍຸດທະສາດທີ່ວາງໄວ້.

ທ່ານ ນາງ ອາລຸນີ ກົມມະສິດ ຍັງໄດ້ຍົກໃຫ້ເຫັນບາງກິດຈະກໍາການເຄື່ອນໄຫວທີ່ພົ້ນເດັ່ນຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ກຸ່ມແມ່ຍິງອາຊຽນ ໃນໄລຍະຜ່ານມາ ໂດຍສະເພາະການປະກອບສ່ວນຊ່ວຍເຫລືອສັງຄົມ ໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ແລະ ຈະສືບຕໍ່ຮ່ວມກັບພາກສ່ວນຕ່າງໆ ໃນການສ້າງຫລາຍກິດຈະກໍາທີ່ເປັນປະໂຫຍດ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີຮັກແພງ, ສະໜິດສະໜົມ, ທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຕ່າງໆ ເພື່ອຍົກສູງພາລະບົດບາດ ແລະ ຄວາມອາດສາມາດຂອງແມ່ຍິງ ກໍຄື ນັກການທູດຍິງ ໃຫ້ນັບມື້ນັບເຂັ້ມແຂງ.

ໃນງານລ້ຽງນໍ້າຊາ ຄັ້ງນີ້, ໄດ້ມີການວາງສະແດງສິນຄ້າຫັດຖະກໍາ ແລະ ອາຫານລາວ ຂອງບັນດາໜ່ວຍແມ່ຍິງ ພາຍໃນກະຊວງການຕ່າງປະເທດ ແລະ ຍັງມີການວາງສະແດງສິນຄ້າ, ເຄື່ອງທີ່ລະນຶກ, ອາຫານເອກະລັກປະຈໍາຊາດ ແລະ ອື່ນໆ ຂອງບັນດາສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີການສະແດງສິລະປະ ຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ສິລະປະອັນເປັນເອກະລັກປະຈໍາຊາດຂອງ ບັນດາສໍານັກງານການທູດຕ່າງປະເທດ, ເຊິ່ງໄດ້ສ້າງບັນຍາກາດອັນຄຶກຄື້ນ, ເບີກບານມ່ວນຊື່ນ ແລະ ປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ.

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments