ໃນວາລະດຳເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ພະຈິກ 2022 ຜ່ານມານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ມີຄຳເຫັນໂອ້ລົມ ໂດຍສະຫາຍ ໄດ້ເນັ້ນຫລາຍບັນຫາ ສຳຄັນ ເພື່ອສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີ ຂອງພັກ ໃຫ້ກ້າວສູ່ຄຸນນະພາບໃໝ່.

ສະຫາຍ ທອງລຸນ ສີສຸລິດ ເນັ້ນໃຫ້ພະນັກງານ, ສະມາຊິກພັກ ທຸກກະຊວງ, ທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຕ້ອງປະຕິບັດຄຳຂວັນທີ່ວ່າ: “ເວົ້າຕ້ອງໄປຄຽງຄູ່ກັບການປະຕິບັດ” ຫລື “ເວົ້າແລ້ວຕ້ອງເຮັດຄືກັບ ເວົ້າ”, ເຮັດຕ້ອງເຮັດໃຫ້ຖືກ, ເຮັດໃຫ້ເປັນຮູບປະທຳ, ເຮັດໃຫ້ເກີດດອກອອກຜົນແທ້,ຕ້ອງຮັບຮູ້ ແລະ ເຊີດຊູສັດ ຈະທຳທີ່ວ່າ: ການນຳພາທີ່ດີທີ່ສຸດແມ່ນການນຳພາດ້ວຍຄວາມເປັນແບບຢ່າງ, ອັນນີ້ ໝາຍເຖິງຜູ້ນຳພານັ້ນຕ້ອງເປັນ ແບບຢ່າງທີ່ດີ, ຜູ້ນໍາພານອກຈາກກໍາແໜ້ນແນວທາງ, ນະໂຍບາຍແລ້ວ ຍັງຕ້ອງເປັນຜູ້ມີຄຸນນະທຳ, ເປັນຜູ້ມີວິໄສ ທັດ ແລະ ເປັນຄົນພາວະວິໄສ, ມີໄຫວພິບ, ຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ, ຮູ້ຈິດຕະສາດຂອງສັງຄົມລາວ ແລະ ຂອງຄົນລາວ, ຮູ້ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ເພື່ອດຶງດູດເຕົ້າໂຮມເອົາກຳລັງແຮງຂອງປະຊາຊົນມາຊ່ວຍ ພັກ, ຊ່ວຍການນຳຢ່າງກວ້າງຂວາງ ນີ້ຄືຄຳຂວັນທີ່ວ່າ: “ເວົ້າໄປຄຽງຄູ່ກັບເຮັດ, ເຮັດໃຫ້ໄປຄຽງຄູ່ກັບເວົ້າ” ເຮັດໄດ້ ແນວນີ້, ມີຜູ້ນຳພາແບບນີ້ ການເຮັດວຽກງານການເມືອງ-ແນວຄິດ ຈຶ່ງເຮັດໄດ້ດີ, ເຮັດໄດ້ງ່າຍຂຶ້ນ, ເຮັດໄດ້ຮັບຜົນ, ເຮັດໜ້ອຍໄດ້ຫລາຍ ເພາະປະຊາຊົນເຊື່ອ, ປະຊາຊົນເດີນຕາມ ນີ້ຄືສັດຈະທຳໃນຄວາມເປັນຈິງ.

ເພື່ອເຮັດໃຫ້ ວຽກງານການເມືອງ-ແນວຄິດ ໄດ້ຮັບການພັດທະນາ ພັກເຮົາຕ້ອງໄດ້ແກ້ໄຂບັນດາບັນຫາທີ່ ພະນັກງານ, ປະຊາຊົນຊັ້ນຄົນຕ່າງໆຕັ້ງຂຶ້ນ ເປັນຕົ້ນ ແກ້ການສໍ້ລາດບັງຫລວງ; ແກ້ຄວາມບໍ່ດຸ່ນດ່ຽງໃນການພັດທະ ນາ; ແກ້ຄວາມເຫລື່ອມລໍ້າຂອງສັງຄົມ ຫລື ຮັດແຄບຄວາມແຕກໂຕນ; ແກ້ການຂາດປະສິດທິພາບຂອງກົງຈັກ; ແກ້ບັນຫາກົນໄກຂອງກົງຈັກແຕ່ເທິງລົງລຸ່ມ ເພື່ອບໍ່ໃຫ້ເປັນກົງຈັກ ແລະ ກົນໄກທີ່ເກະກະ, ອາຍາສິດ, ແຂງກະດ້າງ, ຂາດປະຊາທິປະໄຕ, ກົນໄກທີ່ມີຊ່ອງວ່າງໃຫ້ມີການກວດກາຍາກ, ໃຫ້ຄົນສວຍໃຊ້ເຮັດຜິດໄດ້ງ່າຍ; ແກ້ພະຍາດ ອາຍາສິດ, ຫ່າງເຫີນມະຫາຊົນ, ຂາດນໍ້າໃຈຮັບໃຊ້ປະຊາຊົນ, ແກ້ແນວຄິດຄອງເດີມບໍ່ຢາກປ່ຽນແປງ, ມັກງ່າຍ, ບໍ່ສົນ, ບໍ່ກ່ຽວນຳຫຍັງເອົາຕຳແໜ່ງມາກອດໄວ້, ບໍ່ຢາກແຕະຕ້ອງໃຜ ເພື່ອເອົາຄະແນນນິຍົມໃຫ້ຕົນ.

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນຕື່ມວ່າ: ວຽກງານການເມືອງແນວຄິດ ຖ້າຖືວ່າເປັນສະໜາມ ຮົບທີ່ຕ້ອງມີການຕໍ່ສູ້, ເມື່ອຖືເປັນສະໜາມຮົບແລ້ວ, ຊິເອົາໃຜ, ຊິຮົບກັບໃຜ?, ເອົາອັນໃດສູ້ກັບອັນໃດ? ແລະ ຮົບແບບໃດ? ຂ້າພະເຈົ້າ ຄິດວ່າແມ່ນສະໜາມຮົບທີ່ບໍ່ໄດ້ໃຊ້ປືນ ແຕ່ແມ່ນໃຊ້ຄວາມຄິດ, ໃຊ້ສະໝອງ, ໃຊ້ສະຕິປັນຍາ, ໃຊ້ຄວາມດີ, ຄວາມໜັກແໜ້ນ, ຄວາມປອດໃສຂອງພັກ ເປັນອາວຸດເພື່ອຕໍ່ສູ້ ເຊັ່ນ: ການຕໍ່ສູ້ ລະຫວ່າງ ຈິນຕະນາການໃໝ່ ກັບ ຈິນຕະນາການເກົ່າ, ເວົ້າຢ່າງໜຶ່ງແມ່ນການຕໍ່ສູ້ລະຫວ່າງ ອັນກ້າວໜ້າ ກັບ ອັນຫລ້າຫລັງ; ການຕໍ່ສູ້ ລະຫວ່າງ ແນວຄິດບຸກໜ້າກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ ກັບ ແນວຄິດທໍ້ຖອຍເສຍກຳລັງໃຈ, ອ່ອນເພຍເປ້ຍລ່ອຍ; ການຕໍ່ສູ້ລະຫວ່າງແນວຄິດ, ການກະທຳ ທີ່ຕັ້ງໜ້າກ້າຫານ, ຊອກຫາສັດຈະທຳໃນຄວາມເປັນ ຈິງ ກັບແນວຄິດ ແລະ ການກະທຳ ທີ່ຊອກຫາທາງປົກປິດ, ຫລົບຫລີກຄວາມຜິດພາດ, ຄວາມບົກຜ່ອງໄວ້, ຊຸກ ເຊື່ອງອັນບໍ່ດີໄວ້, ຮູ້ແຕ່ລາຍງານດອກໄມ້; ການຕໍ່ສູ້ ລະຫວ່າງ ການຍົກສູງຜູ້ອື່ນເກີນໄປ, ຕີຕໍ່າຕົນເອງເກີນໄປ (ມີທັງສ່ວນຕົວ ແລະ ອົງກອນ, ມີທັງລະດັບປະເທດ) ເຊິ່ງແນວຄິດ ແລະ ການກະທໍານີ້ ຈະກ້າວໄປເຖິງບໍ່ເຊື່ອ ໝັ້ນປະຊາຊົນຂອງຕົນ, ຖືຜູ້ອື່ນສູງກວ່າ, ເປັນການຫຍໍ້ທໍ້ຕົນເອງ, ຫຍໍ້ທໍ້ຊາດຕົນ, ບໍ່ຮູ້ຄຸນຄ່າຄວາມເປັນມາທີ່ແທ້ຈິງ ຂອງຊາດ, ຂອງພັກ ແລະ ບັນພະບູລຸດ ທີ່ນຳເອົາປະເທດຊາດ ແລະ ເອກະລາດ ມາໃຫ້ຕົນ. ແນວຄິດນີ້ ມີຢູ່ກັບໃຜ ຜູ້ນັ້ນມັກຫລົງທາງ; ແນວຄິດຢາກໄດ້, ຢາກດີໂພດ, ຢາກໃຫ້ໄດ້ໄວເກີນໄປ, ມັກຈູດໄລຍະກາຍເປັນລັດທິອາລົມຈິດ ນິຍົມ, ມັກໃຊ້ຄຳສັ່ງ, ກັບແນວຄິດການກະທຳທີ່ທຸ່ນທ່ຽງ, ມີຫລັກການ, ມີກົດເກນ, ໄປຕາມຄວາມສາມາດຕົວຈິງ, ຕາມຫລັກວິທະຍາສາດ ແລະ ກ້າວຂຶ້ນດ້ວຍຈັງຫວະທີ່ໝັ້ນທ່ຽງ ດ້ວຍຄວາມອົດທົນ, ມີເຫດຜົນ ເພື່ອກ້າວຂຶ້ນຢ່າງ ໜັກແໜ້ນ ຈາກກ້າວນີ້ໄປສູ່ກ້າວຕໍ່ໆໄປ. ເພື່ອເຮັດແນວໃດໃຫ້ວຽກງານການເມືອງ-ແນວຄິດເປັນຂອງປະຊາຊົນ, ນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ ຈຶ່ງເປັນຂອງປະຊາຊົນຢ່າງແທ້ຈິງນັ້ນ, ພວກເຮົາຕ້ອງປະ ຕິບັດແນວທາງທີ່ວ່າ: “ທຸກວຽກງານ ຂອງພັກຂອງຊາດ ຕ້ອງໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື ແລະ ປະຊາ ຊົນເປັນຜູ້ເຮັດ” ຈຶ່ງເຮັດໃຫ້ວຽກງານ ການເມືອງ-ແນວຄິດຫັນປ່ຽນໄປສູ່ຄຸນນະ ພາບໃໝ່ຢ່າງເລິກເຊີ່ງມີປະສິດ ທິຜົນ.

ພ້ອມກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນຕໍ່ຄະນະພັກ ແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ນໍາພາຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໃນໄລຍະຜ່ານມາ ເຊິ່ງເປັນພື້ນຖານສໍາຄັນໃນການຮັບປະກັນສະຖຽນລະພາບ ແລະ ຄວາມໜັກແໜ້ນທາງດ້ານການເມືອງ-ສັງຄົມ ຢູ່ປະເທດເຮົາ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

LEAVE A REPLY

Please enter your comment!
Please enter your name here