ວັນທີ 18 ພະຈິກ ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ທ່ານ ທອງໃບ ໂພທິສານ ຫົວໜ້າສະມານັກປະພັນລາວ ແລະ ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ພ້ອມທີມງານໄດ້ມອບປຶ້ມສອງພາສາລາວ-ຈີນ 5 ປະເພດ ໃຫ້ແກ່ຫໍສະໝຸດແຂວງອຸດົມໄຊ ເຊິ່ງຮັບໂດຍທ່ານ ທ່ານ ບຸນແສງ ຈັນທະຄໍາສຸກ ຫົວໜ້າຫໍສະໝຸດແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ປຶ້ມສອງພາສາລາວ-ຈີນ 7 ປະເພດປະກອບມີ: ປຶ້ມຄໍາສໍາຄັນ ເພື່ອເຂົ້າໃຈປະເທດຈີນ, ປຶ້ມ 100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຈີນ ແລະ ການລຶບລ້າງຄວາມທຸກຍາກ, ປຶ້ມສີຈິ້ນຜິງວ່າດ້ວຍການປົກຄອງປະເທດ ແລະ ການບໍລິຫານຂອງລັດ, ປຶ້ມຮູ້ຮອບຈີນ, ປຶ້ມຮວມຄໍາສັບສໍານວນໂຕງໂຕຍ ສຸພາສິດຈີນ-ລາວ, ລາວ-ຈີນ, ປຶ້ມ36 ກົນລະຍຸດ ແລະປຶ້ມກະວີເພື່ອເຈົ້າ (ບົດກະວີຈີນ ສະໄໝປັດຈຸບັນຮ້ອຍບົດ) ເຊິ່ງປຶ້ມເຫຼົ່ານີ້ເປັນຜົນງານການຮ່ວມມືລະຫວ່າງ CRI ປະຈໍາລາວ ກັບສະມາຄົມນັກປະພັນລາວ ໄດ້ຈັດພິມເປັນ 2 ພາສາລາວ ແລະຈີນ.

ທ່ານຫົວໜ້າຫໍສະໝຸດແຂວງໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ສະມາຄົມນັກປະພັນລາວ ແລະ CRI ທີ່ປະກອບສ່ວນໃນການພັດທະນາ ແລະ ເຜີຍແຜ່ຄວາມຮູ້ທີ່ໜ້າສົນໃຈໃຫ້ກັບພະນັກງານລັດຖະກອນ ເຊິ່ງປື້ມເຫຼົ່ານີ້ຈະຖືກນໍາເຂົ້າຫໍສະໝຸດ ແລະ ແຈກຢາຍເພື່ອຄົ້ນຄວ້າຮໍ່າຮຽນ ເຊິ່ງເປັນປະໂຫຍດໃຫ້ຄວາມຮູ້ສະຕິປັນຍາທີ່ດີຕໍ່ຜູ້ອ່ານ ແລະ ເປັນຂໍ້ມູນທີ່ດີໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງລາວ-ຈີນນໍາອີກ.

LEAVE A REPLY

Please enter your comment!
Please enter your name here