Saturday, September 28, 2024
Homeຂ່າວການເມືອງຮອງປະທານສະພາແຫ່ງຊາດ ລົງເຄື່ອນໄຫວຕິດຕາມກວດກາບັນດາໂຄງການລົງທຶນຂອງລັດ ຢູ່ເມືອງດາກຈຶງ

ຮອງປະທານສະພາແຫ່ງຊາດ ລົງເຄື່ອນໄຫວຕິດຕາມກວດກາບັນດາໂຄງການລົງທຶນຂອງລັດ ຢູ່ເມືອງດາກຈຶງ

ວັນທີ 17 ພະຈິກ 2022 ຜ່ານມານີ້, ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງບັນດາໂຄງການລົງທຶນຂອງລັດ ໂຄງການຂຸດຄົ້ນແຮ່ທາດບົກຊິດ ແລະ ສ້າງຕັ້ງໂຮງງານອາລູມີນາ ແລະ ໂຄງການໄຟຟ້າພະລັງງານລົມ ມອນຊູນ ຢູ່ເຂດ $ເມືອງດາກຈຶງ ແຂວງເຊກອງ ໂດຍມີທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ແມ່ນໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງທັງສອງບໍລິສັດ ໂດຍສະເພາະດ້ານແບບແຜນວິທີເຮັດວຽກ, ການມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ-ຂອງເມືອງ ແລະ ການແກ້ບັນດາຜົນກະທົບຕ່າງໆຂອງໂຄງການຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ສິ່ງແວດລ້ອມ, ການປະຕິບັດນະໂຍບາຍ ແລະ ຈັດສັນຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ວຽກງານຕ່າງໆທີ່ຕິດພັນ.

ພ້ອມນັ້ນ, ຍັງໄດ້ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ ແລະ ພະນັກງານ-ລັດຖະກອນທີ່ປະຈໍາຢູ່ ດ່ານສາກົນດ່ານດາກຕະອອກ ເພື່ອເກັບກໍາຂໍ້ມູນກ່ຽວກັບສະພາບໂດຍລວມ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ພາຍໃນດ່ານດັ່ງກ່າວ ເພື່ອເປັນຂໍ້ມູນນໍາໄປສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄດ້ໄຂຂຶ້ນໃນຕົ້ນເດືອນທັນວາ 2022 ນີ້.

ໂອກາດດັ່ງກ່າວ, ຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາບໍລິສັດ ທີ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນດາຜົນກະທົບຕ່າງໆ ໂດຍສະເພາະຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສິ່ງແວດລ້ອມ ເຊິ່ງກໍໄດ້ມີການຊົດເຊີຍຄ່າເສຍຫາຍຕ່າງໆໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ແລະ ໄດ້ສ້າງອາຊີບໃຫ້ພໍ່ແມ່ປະຊາຊົນໄດ້ມີລາຍໄດ້ ແລະ ຊົມເຊີຍ ຄະນະຮັບຜິດຊອບພາຍໃນດ່ານດາກຕະອອກ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າ, ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການ. ແຕ່ກໍຍັງມີຄວາມເປັນຫ່ວງ ຕໍ່ຜົນກະທົບດ້ານສິ່ງແວດລ້ອມຊີວະນາໆພັນຕ່າງໆໃຫ້ຮັກສາໄດ້ຄອງເດີມ, ຮັບປະກັນບໍ່ໃຫ້ມີມົນລະພິດ ແລະ ສິ່ງລົບກວນຕ່າງໆໃຫ້ໜ້ອຍທີ່ສຸດ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ປະກອບອາຊີບທີ່ໝັ້ນຄົງຖາວອນ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນກວ່າເກົ່າ ແລະ ປະກອບສ່ວນຊ່ວຍເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃຫ້ດີຂຶ້ນເປັນກ້າວໆ.

ຂ່າວ:ນາລີວັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments