Wednesday, September 25, 2024
Homeທຸລະກິດສອງສະຫະພັນກໍາມະບານ ທະນາຄານລາວ ແລະ ຫວຽດນາມ ເສີມຂະຫຍາຍການຮ່ວມມື

ສອງສະຫະພັນກໍາມະບານ ທະນາຄານລາວ ແລະ ຫວຽດນາມ ເສີມຂະຫຍາຍການຮ່ວມມື

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະຫະພັນກໍາມະບານ ທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ສະຫາຍ ນາງ ຂັນແກ້ວ ຫລ້າມະນີເງົາ ປະທານສະຫະພັນກໍາມະບານ ທຫລ ພ້ອມ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະຫະພັນກໍາມບານທະນາຄານຫວຽດນາມ ຢູ່ນະຄອນດາໜັງ ສສ ຫວຽດນາມ ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາການຮ່ວມມື ລະຫວ່າງ ສະຫະພັນກໍາມະບານທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ສະຫະພັນກໍາມະບານທະນາຄານຫວຽດນາມ ທີ່ໄດ້ລົງນາມກັນ ໃນປີ 2013 ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ.

ໃນໄລຍະທີ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກດັ່ງກ່າວ, ສະຫະພັນກໍາມະບານ ທຫລ ໄດ້ເຮັດວຽກຮ່ວມກັບຄະນະຜູ້ແທນ ສະຫະພັນກໍາມະບານທະນາຄານຫວຽດນາມ ແລະ ກໍາມະບານຮາກຖານທະນາຄານການຄ້າຮຸ້ນສ່ວນການລົງທຶນ ແລະ ພັດທະນາຫວຽດນາມ (BIDV) ປະຈໍາສາຂານະຄອນດາໜັງ, ໃນການພົບປະເຮັດວຽກຂອງທັງສອງຝ່າຍຕ່າງກໍໄດ້ຮັບຟັງການລາຍງານສະພາບໂດຍສັງເຂບ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກໍາມະບານຂອງຕົນ ໃນໄລຍະ 1 ປີຜ່ານມາ, ພ້ອມທັງແລກປ່ຽນບົດຮຽນການເຄື່ອນໄຫວຕົວຈິງ ໃນດ້ານຕ່າງໆຂອງທັງສອງຝ່າຍ ເຊິ່ງໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ສະໜິດໜົມ.

ໂອກາດດຽວກັນນີ້, ສະຫາຍ ນາງ ຂັນແກ້ວ ຫລ້າມະນີເງົາ ຕາງໜ້າໃຫ້ຄະນະບໍລິຫານງານພັກ ທຫລ ໄດ້ປະດັບຫລຽນກາກໍາມະບານ ແລະ ມອບໃບຍ້ອງຍໍຂອງປະທານສູນກາງສະຫະພັນກໍາມະບານລາວ ໃຫ້ກົມກອງ-ບຸກຄົນ ຂອງສະຫະພັນກໍາມະບານທະນາຄານຫວຽດນາມ ທີ່ມີຜົນງານການປະກອບສ່ວນສໍາຄັນ ເຂົ້າໃນການເຄື່ອນໄຫວວຽກງານຂອງສອງສະຫະພັນກໍາມະບານ ໃນໄລຍະຜ່ານມາຄື: ປະດັບຫລຽນກາກໍາມະບານ ຈຳນວນ 2 ໜ່ວຍໃຫ້ສະຫະພັນກໍາມະບານທະນາຄານຫວຽດນາມ ແລະໃຫ້ສະຫາຍ ຫງວຽນດົງຕຽນ (ພະນັກງານບໍານານ) ອະດີດປະທານສະຫະພັນກໍາມະບານ, ທັງເປັນອະດີດ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ; ມອບໃບຍ້ອງຍໍປະທານສູນກາງສະຫະພັນກໍາມະບານລາວ ຈໍານວນ 3 ສະຫາຍຄື: ສະຫາຍ ດາວມິງຕູ ປະທານສະຫະພັນກໍາມະບານ, ທັງເປັນຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ; ສະຫາຍ ຫງວຽນວັນເຕິນ ຮອງປະທານ, ຜູ້ປະຈໍາການສະຫະພັນກໍາມະບານທະນາຄານຫວຽດນາມ; ສະຫາຍ ນາງ ຫງວຽນ ແອງທື ຮອງຫົວໜ້າຄະນະຈັດຕັ້ງສະຫະພັນກໍາມະບານທະນາຄານ ຫວຽດນາມ.

ຂ່າວ-ພາບ: ທຫລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments