ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2022 ນີ້ ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ໂດຍການເປັນປະທານ ຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ມີບັນດາຮອງເລຂາຄະນະພັກ, ຜູ້ຊີ້ນຳວຽກງານພັກ-ພະນັກງານ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຜ່ານບົດສະຫລຸບ ແລະ ປະກອບຄໍາເຫັນ ຕໍ່ຮ່າງບົດສະຫລຸບກ່ຽວກັບວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງ ເພດຍິງ ໃນໄລຍະ 2018-2022 ແລະ ທິດທາງວຽກງານຈຸດສຸມແຕ່ 2023-2025; ຮັບຟັງການນຳສະເໜີບົດຮຽນກ່ຽວກັບວຽກງານ ຕິດພັນກັບການສົ່ງເສີມພະນັກງານເພດຍິງ ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ແລະ ວຽກງານຄຸ້ມຄອງລັດຖະ ກອນ ແລະ ລັດຖະກອນເພດຍິງ, ການປະກອບຄວາມເຫັນຂອງບາງພາກສ່ວນ ເປັນຕົ້ນ: ບົດຄົ້ນຄວ້າວິທະຍາສາດ “ແນວຄິດ ໄກ ສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ”; ຜົນສຳເລັດໃນການບໍາລຸງກໍ່ສ້າງ ແລະ ການບັນຈຸພະນັກງານເພດຍິງ ຂອງຄະນະພັກນະຄອນຫລວງວຽງຈັນ ໃນຄວາມຮັບຜິດຊອບຂອງອົງຄະນະພັກ ນະຄອນຫ]ວງວຽງຈັນ, ລວມທັງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການບໍາລຸງກໍ່ສ້າງ ແລະ ບັນຈຸສັບຊ້ອນພະນັກ ງານເພດຍິງ ໃນຄວາມຮັບຜິດຊອບຂອງອົງຄະນະພັກ ແຂວງໄຊສົມບູນ. ໄປຄຽງຄູ່ກັນນັ້ນ, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືຊອກວິທີແກ້ໄຂ ໂດຍສະເພາະລົງເລິກຄົ້ນຄວ້າ ເຖິງໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ຂອດປະສານງານ ກ່ຽວກັບວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ເພື່ອກະກຽມໃຫ້ແກ່ການຄົ້ນຄວ້າ ໂຄງປະກອບການຈັດຕັ້ງ, ບຸກຄະລາກອນໃຫ້ແກ່ກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງແມ່ຍິງ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ການພັດທະນາຊັບພະຍາກອນມະນຸດ ເພດຍິງ ໂດຍສະເພາະແມ່ນການສ້າງພະນັກງານ ນໍາພາ-ຄຸ້ມຄອງເພດຍິງ ເປັນວຽກໜຶ່ງທີ່ສໍາຄັນ ຊຶ່ງພັກ-ລັດຖະ ບານ ໄດ້ເອົາໃຈໃສ່ຕະຫລອດມາ ເນື່ອງຈາກວ່າແມ່ຍິງກວມເຄິ່ງໜຶ່ງຂອງ ພົນລະເມືອງໃນທົ່ວປະເທດ ເປັນກໍາລັງແຮງເຂົ້າຮ່ວມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ໂດຍສະເພາະໃນເງື່ອນໄຂໃໝ່ຂອງ ການເຊື່ອມໂຍງເສດຖະກິດ ກັບສາກົນ ແລະ ການກະກຽມຄວາມພ້ອມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເພື່ອຮັບປະ ກັນໃຫ້ແມ່ຍິງ ໄດ້ມີສ່ວນຮ່ວມຢ່າງເຕັມສ່ວນ ແລະ ມີປະສິດທິຜົນ, ທັງໄດ້ຮັບໂອກາດເທົ່າທຽມກັນສໍາລັບການເປັນຜູ້ນໍາ ໃນທຸກລະດັບຂອງການຕັດສິນໃຈ ທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ.

LEAVE A REPLY

Please enter your comment!
Please enter your name here