Homeຂ່າວໜ້າໜຶ່ງສະຫລຸບວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ຜ່ານລາຍການວິທະຍຸ ປະຈຳປີ 2026

ສະຫລຸບວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ຜ່ານລາຍການວິທະຍຸ ປະຈຳປີ 2026

ກອງປະຊຸມປະຈຳປີ ຂອງວຽກໂຄສະນາສຶກສາຄວາມສ່ຽງ ໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການ ວິທະຍຸກະຈາຍສຽງ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນ ຫາລະເບີດບໍ່ທັນແຈກທີ່ຕົກຄັ້ງຢູ່ ສປປ ລາວ, ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ, ທ່ານ ວຽງວັດທະນາ ຊະນະພານ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຜູ້ຕາງໜ້າຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຂະແໜງສື່ມວນຊົນຈາກ 12 ແຂວງທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເນັ້ນໃສ່ການສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດລາຍການວິທະຍຸ “ເສັ້ນທາງສູ່ປອດໄພ” ໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລືບາງວຽກຈຸດສຸມຄື: ການປະເມີນຮູບການ, ພາສາ ແລະ ປະສິດທິພາບຂອງສື່ໂຄສະນາ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍ; ການຜັນຂະຫຍາຍການຈັດລາຍການໄປສູ່ສື່ອອນລາຍ; ການນຳເອົານະໂຍບາຍການຊ່ວຍເຫລືອຜູ້ຖືກເຄາະຮ້າຍເຂົ້າໃນເນື້ອໃນໂຄສະນາໃຫ້ຫລາຍຂຶ້ນ; ການສົ່ງບົດລາຍງານຜ່ານລະບົບອອນລາຍ; ການຂະຫຍາຍຄວາມຮ່ວມມືກັບກອງວິທະຍຸຊາວໜຸ່ມ/ກອງທັບ ແລະ ພັດທະນາໂຄງການ ໂທລະໂຄ່ງບ້ານ-ໂຮງຮຽນໃນໄລຍະຕໍ່ໄປ.

ທ່ານ ບຸນເພັງ ສີສະຫວັດ ໄດ້ໃຫ້ຮູ້ວ່າ: ວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ເປັນວຽກທີ່ມີຄວາມສຳຄັນຍິ່ງ ເພື່ອສ້າງຄວາມຮັບຮູ້, ຄວາມປອດໄພ ແລະ ວິທີຫລີກລ່ຽງອັນຕະລາຍໃຫ້ ແກ່ປະຊາຊົນ. ປັດຈຸບັນວຽກງານດັ່ງກ່າວ, ໄດ້ຈັດຕັ້ງປະຕິບັດຢູ່ 15 ແຂວງທົ່ວປະເທດ ໂດຍມີອົງ ການປະຕິບັດງານກ່ຽວຂ້ອງ 12 ອົງການ, ພ້ອມທັງໄດ້ຮ່ວມມືກັບກົມສື່ມວນຊົນ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ສະຖານີວິທະຍຸ 11 ແຂວງ/ນະຄອນຫລວງ. ຢ່າງໃດກໍຕາມ ນັບແຕ່ປີ 2008 ເປັນຕົ້ນມາ ທົ່ວປະເທດມີອຸບັດເຫດເກີດ ຂຶ້ນ 756 ຄັ້ງ, ມີຜູ້ເຄາະຮ້າຍ 1.229 ຄົນ (ເສຍຊີວິດ 310 ຄົນ ແລະ ບາດເຈັບ 919 ຄົນ). ສະເພາະປີ 2026 ເກີດຂຶ້ນ 13 ຄັ້ງ, ມີຜູ້ເຄາະຮ້າຍ 24 ຄົນ (ບາດເຈັບ 23 ຄົນ ແລະ ເສຍຊີວິດ 1 ຄົນ). ໃນໄລຍະປີ 2015 ເຖິງປັດຈຸບັນ ໄດ້ຊ່ວຍເຫລືອຜູ້ຖືກເຄາະຮ້າຍ 1.936 ຄົນ (ລວມ 2.313 ເທື່ອຄັ້ງ) ດ້ວຍງົບປະມານກວ່າ 3,5 ຕື້ກີບ (ປະມານ 811.139 ໂດລາສະຫະລັດ).

ທ່ານ ບຸນເພັງ ສີສະຫວັດ ຍັງໃຫ້ຮູ້ອີກວ່າ: ນັບແຕ່ປີ 1996 ຮອດເດືອນຕຸລາ 2026 ໄດ້ຈັດກິດ ຈະກຳໂຄ ສະນາແບບເຊິ່ງໜ້າຢູ່ 4.471 ບ້ານ, ເຂົ້າເຖິງຜູ້ໄດ້ ຮັບຜົນປະໂຫຍດຫລາຍກວ່າ 6 ລ້ານເທື່ອຄົນ. ສຳລັບ ການໂຄສະນາຜ່ານລາຍການວິທະຍຸ 15 ແຂວງ ໃນປີ 2026 ນີ້, ໄດ້ອອກອາກາດ 752 ຄັ້ງ, ເຂົ້າເຖິງຜູ້ຟັງ 882.389 ຄົນ. ນອກຈາກນີ້, ຍັງໄດ້ມອບຄອມພິວເຕີ ແລະ ເຄື່ອງອັດສຽງ ໃຫ້ແກ່ວິທະຍຸທັງ 12 ພາກສ່ວນ ຜ່ານໂຄງການສ້າງຂີດຄວາມສາມາດ ດ້ານການຄຸ້ມຄອງຂໍ້ມູນຂ່າວສານຈັດຕັ້ງໂດຍອົງການຊ່ວຍເຫລືອລ້າປະຊາຊົນນອກແວ ແລະ ໄດ້ຮັບການສະໜັບສະໜູນໂດຍສະຫະ ລັດອາເມລິກາ ລວມມູນຄ່າ 495.429.566 ກີບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments