Homeຂ່າວພາຍໃນໄຟຟ້າພະລັງງານລົມ ມອນຊູນວິນພາວເວີ ປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວ

ໄຟຟ້າພະລັງງານລົມ ມອນຊູນວິນພາວເວີ ປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວ

ໂຄງການໄຟຟ້າພະລັງງານລົມ ມອນຊູນວິນພາວເວີ (Monsoon Wind Power) ຂະໜາດ 600 ເມກາວັດ ເປັນໂຄງການພະລັງງານສະອາດທີ່ສຳຄັນຂອງ ສປປ ລາວ, ທັງເປັນໂຄງການຕົວແບບ, ເປັນມິດກັບສິ່ງແວດລ້ອມ ຊຶ່ງບໍ່ພຽງແຕ່ຜະລິດໄຟຟ້າ ຈາກພະລັງງານໝູນວຽນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມສ້າງເສດຖະກິດ ຂອງ ສປປ ລາວ ກໍຄື ສ້າງວຽກເຮັດງານທຳ, ພັດທະນາອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ ແລະ ຊຸມຊົນໃນພື້ນທີ່ໂຄງການ.

ທ່ານ ນະຣຸດ ບົວຂະຈອນ ຜູ້ຈັດການທົ່ວໄປບໍລິສັດມອນຊູນວິນພາວເວີ ຈຳກັດ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໂຄງການພະລັງງານລົມ ມອນຊູນວິນພາວເວີ ໄດ້ປະກອບສ່ວນສ້າງເສດຖະກິດ, ພັດ ທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ ກໍຄື ເມືອງດາກຈຶງ ແຂວງເຊກອງ ຜ່ານການສົ່ງອອກໄຟຟ້າຈາກພະລັງງານໝູນວຽນ, ຜ່ານການຈ້າງງານຄົນລາວ, ການພັດທະນາໂຄງລ່າງພື້ນຖານ ແລະ ສ້າງລາຍຮັບໃຫ້ລັດຖະບານ ຕາມຂໍ້ຜູກພັນສຳປະທານ. ໂຄງການພະລັງງານລົມ ມອນຊູນວິນພາວເວີ ສາມາດຜະລິດພະລັງງານໝູນວຽນ 600 ເມກາວັດ ໂດຍບໍ່ມີການຍົກຍ້າຍປະຊາຊົນອອກຈາກທີ່ຢູ່ອາໄສ ແລະ ບໍ່ມີຄອບຄົວທີ່ໄດ້ຮັບຜົນກະທົບຮຸນແຮງ, ສ່ວນຊັບສິນ ແລະ ເນື້ອທີ່ ທີ່ໄດ້ຮັບຜົນກະທົບ ໄດ້ມີການຊົດເຊີຍຜົນເສຍຫາຍ ແລະ ຊ່ວຍເຫລືອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ກວມ 29 ບ້ານໃນແຂວງເຊກອງ ແລະ ແຂວງອັດຕະປື ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ໃນນັ້ນ, ໄດ້ມີການຈ້າງແຮງງານໃນທ້ອງຖິ່ນ, ສົ່ງເສີມພັດທະນາກະສິກຳ, ໂຄງລ່າງພື້ນຖານ, ສາທາລະນະສຸກ ແລະ ການສຶກສາ ໂດຍກຳນົດບຸລິມະສິດ ຜ່ານການປຶກສາຫາລືກັບປະຊາຊົນ ແລະ ໜ່ວຍງານພາກລັດ.

ໂຄງການພະລັງງານລົມ ມອນຊູນວິນພາວເວີ ບໍ່ພຽງແຕ່ມີສ່ວນຊ່ວຍຂະຫຍາຍການຜະລິດໄຟຟ້າພະລັງງານສະອາດ-ສີຂຽວ-ເປັນມິດກັບສິ່ງແວດລ້ອມ ແລະ ສ້າງລາຍຮັບຈາກການສົ່ງອອກໄຟຟ້າໃຫ້ແກ່ປະເທດເທົ່ານັ້ນ, ແຕ່ຍັງເຊື່ອມໂຍງການລົງທຶນດ້ານພະລັງງານເຂົ້າກັບການສ້າງວຽກເຮັດງານທໍາ ການພັດທະນາອາຊີບ, ການປັບປຸງພື້ນຖານໂຄງລ່າງ ແລະ ການອະນຸລັກຊັບພະຍາກອນທຳມະຊາດ ໂດຍສະເພາະ ເມືອງດາກຈຶງ ແຂວງເຊກອງ, ການພັດທະນາດັ່ງກ່າວ ຖືເປັນໂອກາດສໍາຄັນໃນການສ້າງເສດຖະກິດທ້ອງຖິ່ນ ທີ່ເຕີບໂຕຄຽງຄູ່ກັບການຮັກສາສິ່ງແວດລ້ອມ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນຢ່າງຍືນຍົງ.

ຄຽງຄູ່ກັນນັ້ນ, ໂຄງການຍັງໄດ້ວາງແຜນຄຸ້ມຄອງ ແລະ ອະນຸລັກຊີວະນາໆພັນ ຕະຫລອດໄລ ຍະ 25 ປີ ໂດຍເນັ້ນການປົກປ້ອງປ່າ, ຟື້ນຟູພື້ນທີ່ເສື່ອມໂຊມ, ຕິດຕາມສັດປ່າ ແລະ ປ້ອງກັນການລ່າສັດ, ການຕັດໄມ້ຜິດກົດໝາຍ ແລະ ໄຟປ່າທີ່ຂາດການຄວບຄຸມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments