ໃນໂອກາດບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫລາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ກະກຽມຄວາມພ້ອມຮອບດ້ານ ໃນການສະໜອງສິນຄ້າປະເພດຕ່າງໆ ເພື່ອຮອງຮັບຄວາມຕ້ອງການຂອງປະຊາຊົນ ໃນໄລຍະບຸນປະເພນີອອກພັນສາ, ພ້ອມທັງວາງມາດຕະ ການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບສິນຄ້າຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.
ທ່ານ ວຽງຄຳ ລໍວັນໄຊ ຫົວໜ້າຈັດສັນຕະຫລາດສົດໂນນຄໍ້ ໃຫ້ຮູ້ວ່າ: ໃນໄລຍະບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫລາດໄດ້ກະກຽມສິນຄ້າເຄື່ອງອຸປະໂພກ-ບໍລິໂພກຫລາຍປະເພດ ໃຫ້ມີປະລິມານພຽງພໍ ຮອງຮັບຄວາມຕ້ອງການຂອງປະຊາຊົນ ທີ່ຈະຈັບຈ່າຍຊື້-ຂາຍສິນຄ້າ ເພື່ອກະກຽມອາຫານການກິນ ແລະ ຮ່ວມກິດຈະກຳບຸນປະເພນີຕາມຮີດຄອງປະເພນີລາວ. ພ້ອມນີ້, ຕະຫລາດຍັງໄດ້ວາງມາດຕະການຄຸ້ມຄອງລາຄາສິນຄ້າຢ່າງເຂັ້ມງວດ ໂດຍຫ້າມຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາ ຫລື ກັກຕຸນສິນຄ້າຕາມອຳເພີໃຈ, ພ້ອມກຳນົດໃຫ້ຜູ້ຄ້າຂາຍຕິດປ້າຍລາຄາສິນຄ້າໃຫ້ຊັດເຈນ ເພື່ອໃຫ້ຜູ້ບໍລິໂພກສາມາດກວດສອບລາຄາໄດ້ ແລະ ໄດ້ຮັບຄວາມເປັນທຳໃນການຊື້-ຂາຍ, ພ້ອມທັງ ວາງມາດຕະການຢ່າງເຂັ້ມງວດ ໂດຍຫ້າມຊາວຄ້າຂາຍນຳເອົາວັດຖຸລະເບີດ ແລະ ອຸປະກອນຈຸດລະເບີດທຸກປະເພດ ເຊັ່ນ: ບັ້ງໄຟດອກ, ບັ້ງພຸ, ກະໂພດ ແລະ ອື່ນໆ ມາວາງຈຳໜ່າຍພາຍໃນບໍລິເວນຕະຫລາດໂດຍເດັດຂາດ ຖ້າກວດພົບຜູ້ຄ້າຂາຍລະເມີດຂໍ້ຫ້າມດັ່ງກ່າວ ຈະຖືກດຳເນີນການຕາມລະບຽບການທີ່ກ່ຽວຂ້ອງຢ່າງເຄັ່ງຄັດ.
ສຳລັບ ສິນຄ້າທີ່ໄດ້ຂາຍດີໃນໄລຍະບຸນອອກພັນສານີ້ ແມ່ນສິນຄ້າປະເພດເຄື່ອງເຮັດກິດຈະກຳທາງສາສະໜາ ເຊັ່ນ: ທູບ, ທຽນ, ເຄື່ອງສັງຄະທານ, ລວມທັງ ເຂົ້າປຸ້ນ, ຊີ້ນ, ປາ, ຜັກ ແລະ ອື່ນໆ.
ຕະຫລາດສົດໂນນຄໍ້ເປີດໃຫ້ບໍລິການທຸກວັນ ເລີ່ມແຕ່ເວລາ 5:00-18:30 ໂມງ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ໃນການຈັບຈ່າຍຊື້-ຂາຍສິນຄ້າ ໃນໄລຍະບຸນອອກພັນສາ ໃຫ້ເປັນໄປຢ່າງສະດວກ ແລະ ຮຽບຮ້ອຍ.

