ໃນຕອນເຊົ້າວັນທີ 26 ຕຸລາ 2026 ກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນ ໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານ ຈົນຮອດປັດຈຸບັນ.

ສະເພາະຢູ່ ນະຄອນຫລວງວຽງຈັນ ຊາວພຸດທະສາສະນິກະຊົນ ກໍໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ຕາມວັດແຫ່ງຕ່າງໆ ຢ່າງຄຶກຄື້ນ ຕາມຮີດຄອງປະເພນີ. ໃນນັ້ນ, ຢູ່ວັດສີສະເກດ ບັນດາການນໍາພັກ, ລັດ ນຳໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມໃສ່ບາດຖວາຍສັງຂະທານ ແກ່ພະສົງ ຕາມຮີດຄອງປະເພນີ. ກ່ອນຈະໃສ່ບາດ ກໍໄດ້ມີພິທີທາງສາສະໜາຕ່າງໆ ນຳໂດຍພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານອົງການພຸດທະສາສະນາສຳພັນ ແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາ ສະມາຄົມພຸດທະສາສະໜາ ແຂວງກວາງຕຸ້ງ, ປະທານ ສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ກໍຕັ້ງ ກອງປະຊຸມພຸດສາສະໜາໜານໄຫ່, ເຈົ້າອະທິການວັດ ຫົງຟ້າ ສປ ຈີນ, ພ້ອມດ້ວຄະນະພະສົງ ຈາກ 29 ປະເທດ ເຂົ້າຮ່ວມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ່ ຄັ້ງທີ 11 ຢູ່ນະຄອນ ຫລວງວຽງຈັນ ໃນລະຫວ່າງວັນທີ 25-30 ຕຸລາ 2026.

ວັນບຸນອອກພັນສາ ຫລື ວັນມະຫາປະວໍຣະນາ ເປັນວັນທີ່ສໍາຄັນ ທາງພຸດທະສາສະໜາ ເປັນວັນສິ້ນສຸດຂອງການຈໍາພັນສາ ຄົບ 3 ເດືອນ ຂອງພະສົງສາມະເນນ ໂດຍສະເພາະພະພິກຂຸສົງ,ພາຍ ຫລັງອອກພັນສາແລ້ວ ພະສົງ ສາມາດອອກໄປເທດສະນາ ສັ່ງສອນຍາດໂຍມ, ພໍ່ແມ່ ແລະ ຄູບາອາຈານ ໄດ້ຕາມປົກກະຕິ.
ໃນຕອນແລງຂອງວັນດຽວກັນ, ຍັງຈະມີການວຽນທຽນອ້ອມພຸດທະສີມາ ຫລື ອາຮາມຢູ່ຕາມວັດຕ່າງໆ ເພື່ອເປັນການບູຊາພະຣັດຕະນະໄຕຣ ແລະ ເພື່ອເປັນບຸນເປັນກຸສົນແກ່ຜູ້ທີ່ກະທຳ. ພ້ອມກັນນັ້ນ, ຍັງຈະມີການໄຫລເຮືອໄຟ ຫລື ໂຄມໄຟ ຕາມນ້ຳສາຍຕ່າງໆ ຕື່ມອີກ.

