Homeຂ່າວການເມືອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົາຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດບຣາຊິນ ປະຈຳ ສປປ ລາວ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົາຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດບຣາຊິນ ປະຈຳ ສປປ ລາວ

ໃນຕອນແລງຂອງວັນທີ 22 ຕຸລາ 2026 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອານເດຼດ ໂອເດັນເບຼອິດສ ກຼາບາໂຢ (H.E. Mr. André Odenbreit Carvalho), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ຊຶ່ງມີສໍານັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ລາຊະອານາຈັກໄທ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານ ອານເດຼດ ໂອເດັນເບຼອິດສ ກຼາບາໂຢ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ຄົນໃໝ່ ປະຈຳ ສປປ ລາວ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ບຣາຊິນ ໃນໄລຍະຜ່ານມາ ຊຶ່ງການນໍາຂັ້ນສູງຂອງທັງສອງປະເທດກໍໄດ້ມີການພົບປະກັນໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນຕ່າງໆ ແລະ ກໍມີການແລກປ່ຽນບັນດາສານອວຍພອນ, ສານຊົມເຊີຍ ເຊິ່ງກັນ ແລະ ກັນໃນໂອກາດສໍາຄັນຕ່າງໆ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງຂອງສອງປະເທດ ລວມເຖິງການພົວພັນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆທີ່ທັງສອງຝ່າຍມີທ່າແຮງ ແລະ ມີຜົນປະໂຫຍດຮ່ວມກັນ.

ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ອານເດຼດ ໂອເດັນເບຼອິດສ ກຼາບາໂຢ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະປະຕິບັດໜ້າທີ່ການທູດຄັ້ງນີ້ຂອງຕົນຢ່າງສຸດຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມື ລະຫວ່າງສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ສປປ ລາວ ແລະ ສະຫະພັນ ສາທາລະນະລັດ ບຣາຊິນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 12 ມິຖຸນາ 1995 (ຄົບຮອບ 31 ປີ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments