Homeຂ່າວການເມືອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກ ລຸກຊຳບວກ ປະຈໍາ ສປປ ລາວ ຄົນໃໝ່

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກ ລຸກຊຳບວກ ປະຈໍາ ສປປ ລາວ ຄົນໃໝ່

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແຊມ ສະລາຍເນີ, ເອກອັກຄະລາຊະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ,​ ລາຊະອານາຈັກໄທ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ແຊມ ສະລາຍເນີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລາຊະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ ຄົນໃໝ່ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດອັນສູງສຸດ ແລະ ຄວາມຜາສຸກມາສູ່ປະຊາຊົນຂອງທັງຂອງສອງຊາດ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ນັບຕັ້ງແຕ່ທີ່ໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ, ຊຶ່ງ ລຸກຊຳບວກ ເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາທີ່ມີຄວາມຫ້າວຫັນ ໃນການສະໜັບສະໜູນທີ່ໜັກແໜ້ນ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍບໍ່ມີເງື່ອນໄຂ ເປັນຕົ້ນແມ່ນ ໃນຂົງເຂດ ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ, ການບໍລິການ-ໂຮງແຮມ, ວຽກງານຍຸດຕິທໍາ, ແຮງງານ ແລະ ສະຫວັດດີການສັງຄົມ, ກະສິກໍາ ແລະ ປ່າໄມ້, ການເງິນ-ທະນາຄານ ແລະ ອື່ນໆ ພ້ອມທັງໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການຊຸກຍູ້ສົ່ງເສີມການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນໍາຂັ້ນສູງໃນລະດັບຕ່າງໆ ເປັນຕົ້ນແມ່ນຂັ້ນປະມຸກລັດ, ຫົວໜ້າລັດຖະບານ ລວມທັງການພົວພັນຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ປຶກຫາຫາລື ກ່ຽວກັບ ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ກໍຄືການກະກຽມໃຫ້ແກ່ການສະເຫຼີມສະຫຼອງ ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ໃນປີ 2027 ທີ່ຈະມາເຖິງ.

ພ້ອມທັງສະເໜີໃຫ້ ລຸກຊຳບວກ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນໂຄງການຕ່າງໆຂອງ ສປປ ລາວ ພາຍໃຕ້ແຜນງານທີ່ກໍາລັງຈັດຕັ້ງປະຕິບັດຢູ່ ເພື່ອໃຫ້ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ທ່ານທູດຊາບ ກ່ຽວກັບ ຄວາມພ້ອມໃນການອອກຈາກສະຖານະການເປັນປະເທດດ້ອຍພັດທະນາ ໃນປີ 2026 ພ້ອມທັງສະເໜີໃຫ້ລຸກຊຳບວກ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນໂຄງການຕ່າງໆຂອງ ສປປ ລາວ ພາຍໃຕ້ແຜນງານທີ່ກໍາລັງຈັດຕັ້ງປະຕິບັດຢູ່ ເພື່ອໃຫ້ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້. ນອກຈາກນີ້, ກໍຍັງໄດ້ສະເໜີໃຫ້ລຸກຊໍາບວກ ພິຈາລະນາຂະຫຍາຍການຮ່ວມມືເພີ່ມເຕີມກັບ ສປປ ລາວ ໂດຍສະເພາະໃນຂົງເຂດ ການຄ້າ ແລະ ການລົງທຶນ ພ້ອມທັງຊຸກຍູ້ໃຫ້ບັນດານັກລົງທຶນ ລຸກຊໍາບວກ ເຂົ້າມາລົງທຶນໃນຂົງເຂດ ການທ່ອງທ່ຽວ, ໂຮງແຮມ, ອຸດສາຫະກໍາປຸງແຕ່ງ, ຜະລິດຕະພັນກະສິກໍາ ແລະ ຂະແໜງອື່ນໆ ທີ່ທັງສອງຝ່າຍມີທ່າແຮງຮ່ວມກັນ.

ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ແຊມ ສະລາຍເນີ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໃຫ້ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ນະຄອນຫຼວງວຽງຈັນ, ວັນທີ 23 ຕຸລາ 2026

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments