Homeຂ່າວພາຍໃນຄະນະສົງຈາກ ສປ ຈີນ ເດີນທາງຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI

ຄະນະສົງຈາກ ສປ ຈີນ ເດີນທາງຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI

ຕອນເຊົ້າ ວັນທີ 25 ຕຸລາ 2026, ທີ່ສະໜາມບິນສາກົນວັດໄຕ, ພຣະອາຈານໃຫຍ່ ພວງປະເສີດ ພູມາວົງ, ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ໄດ້ນຳພາຄະນະຝ່າຍສົງ ພ້ອມດ້ວຍຄະນະຝ່າຍຄະລະວາດຕາງໜ້າໃຫ້ສູນກາງແນວລາວສ້າງຊາດ, ຄະນະນຳແນວລາວສ້າງຊາດນະຄອນຫຼວງວຽງຈັນ, ສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມກັນຕ້ອນຮັບຄະນະພຣະສົງຈາກສາທາລະນະລັດປະຊາຊົນຈີນ (ສປ ຈີນ), ນຳໂດຍ ພຣະອາຈານໃຫຍ່ ອິນຊຸນ (Yin Shun) ຮອງປະທານ ຄະນະປະຈໍາສະມາຄົມພຸດທະສາສະໜາ ແຂວງກວ່າງຕຸ້ງ, ປະທານ ສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ແລະ ປະທານຜູ້ກໍ່ຕັ້ງກອງປະຊຸມ ພຸດສາສະໜາໜານໄຫ ທັງເປັນເຈົ້າອາທິການວັດ ຫົງຟ້າ ພ້ອມດ້ວຍຄະນະ, ທີ່ເດີນທາງມາ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI, ຈະຈັດຂຶ້ນລະຫວ່າງວັນທີ 25-30 ຕຸລາ 2026 ທີ່ນະຄອນຫຼວງວຽງຈັນ.

ຂ່າວ+ພາບ: ລີ, ລິຂິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments