ວັນທີ 25 ຕຸລາ 2026 ທີ່ສູນກາງແນວລາວສ້າງຊາດ, ຄະຄອນຫຼວງວຽງຈັນ ພຣະອາຈານໃຫຍ່ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາແຂວງກວ່າງຕຸ້ງ, ປະທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ປະທານຜູ້ກໍ່ຕັ້ງກອງປະຊຸມ ພຸດສາສະໜາໜານໄຫ ທັງເປັນເຈົ້າອາທິການວັດ ຫົງຟ້າ ສປ ຈີນ ພ້ອມດ້ວຄະນະ ໄດ້ເຂົ້າຢ້ຽມຢາມທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງ ສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນ ພຸດທະສາສະໜາ ໜານໄຫຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບຮ່ວມ ລະຫວ່າງວັນທີ 25-30 ຕຸລາ 2026.
ປະທານສູນກາງແນວລາວສ້າງຊາດໄດ້ສະແດງຄວາມຍີນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຮ່ວມກອງປະຊຸມ ຂອງພຣະອາຈານໃຫຍ່ ອິນຊູນ(Yin Shun)ພ້ອມດ້ວຍຄະນະ ໂດຍໄດ້ເນັ້ນເຖີງຄວາມສໍາຄັນ ຂອງກອງປະຊຸມໂຕະມົນ ພຸດທະສາສະໜາ ໜານໄຫຄັ້ງທີ 11 ຊຶ່ງເປັນເວທີແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຄວາມສາມັກຄີອັນດີງາມລະຫວ່າງລາວ-ຈີນ ກໍຄືບັນດາປະເທດໃນພາກພື້ນ. ສອງຝ່າຍໄດ້ທົບທວນຄືນການຮ່ວມມືທີ່ຜ່ານມາໃນດ້ານການສົ່ງເສີມພຸດທະສາສະໜາ, ງານບຸນປະເພນີ, ການແລກປ່ຽນວັດທະນະທໍາ ແລະ ການຊ່ວຍເຫຼືອດ້ານມະນຸດສະທໍາ.

ພຣະອາຈານໃຫຍ່ ອິນຊູນ(Yin Shun) ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງປະທານ ສູນກາງແນວລາວສ້າງຊາດ, ພ້ອມທັງໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມສະຕາກໍາ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະການຮ່ວມມືດ້ານສາສະໜາ ແລະວັດທະນະທໍາຈົ່ງນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ,ພາບ: ກົມໂຄສະນາ ສູນກາງແນວລາວສ້າງຊາດ

