ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວຂອງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງລາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫລີມສະຫລອງ 70ປີ ສາຍພົວພັນການທູດ ໃນວັນທີ 19-22 ພະຈິກ ຜ່ານມາ, ຢູ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.

ໃນງານສະເຫລີມສະຫລອງດັ່ງກ່າວ, ມີຫລາຍກິດຈະກໍາປິ່ນອ້ອມ ແລະ ກອງປະຊຸມວິຊາການດ້ານການທ່ອງທ່ຽວ ຄັ້ງທີ 5, ງານສໍາມະນາການທ່ອງທ່ຽວ ແລະ ການລົງທຶນ, ງານພົບປະລະຫວ່າງ ພາກລັດ ແລະ ພາກທຸລະກິດ, ງານວາງສະແດງການທ່ອງທ່ຽວ ແລະ ຜະລິດຕະພັນທ້ອງຖິ່ນ, ງານກິລາມິດຕະພາບ ແລະ Fam Trip ສໍາລັບນັກຂ່າວ ແລະ ພາກທຸລະກິດ.

ໃນນີ້, ໃນກອງປະຊຸມວິຊາການດ້ານການທ່ອງທ່ຽວ ຄັ້ງທີ 5 ຂອງ 2 ກະຊວງ ໄດ້ຮ່ວມກັບປຶກສາຫາລື ແລະ ເອກະພາບໃນຫລາຍບັນຫາ ເປັນຕົ້ນ ການຮັບຮອງເອົາບົດບັນທຶກກອງປະຊຸມວິຊາການດ້ານການທ່ອງທ່ຽວ ຄັ້ງທີ 5; ການຮັບຮອງເອົາແຜນຈັດຕັ້ງປະຕິບັດຮ່ວມດ້ານການທ່ອງທ່ຽວ ສໍາລັບປີ 2026-2028; ການຂະຫຍາຍການບໍລິການຖ້ຽວບິນ ລະຫວ່າງປະເທດ ສູ່ຈຸດໝາຍປາຍທາງການທອງທ່ຽວຫລັກ; ການພັດທະນາ ແລະ ສົ່ງເສີມເສັ້ນທາງບູຮານເຊື່ອມຕໍ່ວັດພູ ແລະ ອັງກໍວັດ (ຄວາມຍາວ 260 ກິໂລແມັດ, ປັດຈຸບັນເປີດທົດລອງເສັ້ນທາງຍ່າງແລ້ວ ໄລຍະ 3,7 ກິໂລແມັດ); ປຶກສາຫາຫລືກ່ຽວກັບການທົບທວນຄືນ ບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງລາວ ແລະ ກໍາປູເຈຍ; ຈັດສໍາມະນາ ແລະ ແລກປ່ຽນບົດຮຽນດ້ານການຄຸ້ມຄອງສະຖານທ່ອງທ່ຽວທາງມໍລະດົກ; ການຮ່ວມກັນຂາຍລາຍການທ່ອງທ່ຽວຂອງສອງປະເທດໃຫ້ແກ່ນັກທ່ອງທ່ຽວ.

