ພິທີເປີດງານສັບປະດາດີຈິຕອນລາວ ປະຈຳປີ 2026 (Lao Digital Week 2026) ຈັດຂຶ້ນໃນວັນທີ 21 ຕຸລາ 2026 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ພາຍໃຕ້ຄຳຂວັນ: “ຍູ້ແຮງການຫັນເປັນລັດຖະບານດີຈິຕອນ, ສ້າງແຮງງານດີຈິຕອນ, ຂັບເຄື່ອນນະວັດຕະກຳກ້າວສູ່ຍຸກປັນຍາປະ ດິດ”. ໃນນັ້ນ, ກຸ່ມບໍລິສັດ ລາວ ໂທລະຄົມ ທີ່ປະກອບດ້ວຍ ລາວໂທລະຄົມ (Lao Telecom), ທີ-ພາດ (T-Plus) ແລະ ເອັມ-ມັນນີເອັກ (M-MoneyX) ແລະ ຄູ່ຮ່ວມງານຕ່າງປະເທດ ໄດ້ເຂົ້າຮ່ວມຈັດວາງສະແດງຜະລິດຕະພັນ, ການບໍລິການດີຈິຕອນ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ຮັບຊົມ, ສຶກສາ ແລະ ທົດລອງນຳໃຊ້ຕົວຈິງ ໂດຍການເປັນປະທານຂອງ ທ່ານ ພົອ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈິຕອນຂອງ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະອຳນວຍການ, ຜູ້ບໍລິຫານ, ບໍລິສັດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ງານສັບປະດາດີຈິຕອນລາວ ປະຈຳປີ 2026 ເປັນເວທີສໍາຄັນໃນການສະແດງຄວາມ ກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈິຕອນເຊິ່ງ ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງ ການພັດທະ ນາລັດຖະບານດີຈິຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈິຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ພື້ນທີ່ວາງສະແດງຂອງກຸ່ມບໍລິສັດ ລາວໂທລະຄົມ ໄດ້ຮັບຄວາມສົນໃຈຈາກບັນດາທ່ານຜູ້ນຳພັກ-ລັດ, ແຂກຜູ້ມີກຽດ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ຜູ້ເຂົ້າຊົມງານ. ການຈັດສະ ແດງໄດ້ເນັ້ນໃສ່ການແນະນຳຜະລິດຕະພັນ ແລະ ການບໍລິການ, ຄວບຄູ່ກັບການເປີດໂອກາດໃຫ້ຜູ້ເຂົ້າຊົມໄດ້ທົດລອງນຳໃຊ້ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດບາດ ຂອງເຕັກໂນໂລຊີໃນການດຳເນີນຊີວິດ ແລະ ການດຳເນີນທຸລະກິດ.
ການເຂົ້າຮ່ວມງານຄັ້ງນີ້, ສະແດງເຖິງບົດບາດ ແລະ ຄວາມພ້ອມຂອງກຸ່ມບໍລິສັດ ລາວໂທລະຄົມ ໃນການເປັນສ່ວນໜຶ່ງຂອງການຂັບເຄື່ອນການຫັນປ່ຽນດີຈິຕອນຂອງປະເທດ, ຜ່ານການນຳສະເໜີເຕັກໂນໂລຊີ ແລະ ການບໍລິການທີ່ຮອງຮັບຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ ພ້ອມທັງປະກອບສ່ວນສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມດີຈິຕອນຂອງ ສປປ ລາວ ຢ່າງໝັ້ນຄົງ ແລະ ຍືນຍົງ.

