ໃນວັນທີ 22 ຕຸລາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ-ຮັບ ໜ້າທີ່ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍ ການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ໄດ້ຮັບຟັງການຜ່ານບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານ ຂອງສະມາ ຄົມ ລາວ-ໄທ ເພື່ອມິດຕະພາບ ຕະຫລອດໄລຍະ 5 ປີຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນສຳເລັດ ໃນການເສີມສ້າງສາຍພົວພັນມິດຕະພາບລາວ-ໄທ, ການສົ່ງເສີມທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງປະຊາຊົນສອງຊາດ, ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການຍາດແຍ່ງເອົາການຊ່ວຍເຫລືອ ເພື່ອພັດທະນາທາງດ້ານໂຄງລ່າງພື້ນຖານການສຶກສາ ແລະ ສາທາລະນະສຸກ ຂອງ ສປປ ລາວ. ພ້ອມນີ້, ກໍຍັງມີຂໍ້ຄົງຄ້າງບາງຈຸດທີ່ຈະຕ້ອງປັບປຸງແກ້ໄຂຖອດຖອນບົດຮຽນ ເພື່ອປະຕິບັດທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການແຕ່ງຕັ້ງ ສະຫາຍ ຫຽມ ພົມມະຈັນ ອະດີດລັດຖະມັນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດໃໝ່.

ໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນຂອງບັນດາສະຫາຍ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບຊຸດເກົ່າ ທີ່ໄດ້ສຸມທຸກກໍາລັງແຮງຮອບດ້ານເຂົ້າ ໃນການເຄື່ອນໄຫວວຽກງານຂອງສະມາຄົມ ກໍຄື ວຽກງານການທູດປະຊາຊົນ ຊຶ່ງສາມາດຍາດແຍ່ງເອົາການຊ່ວຍເຫລືອ ເພື່ອສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆ ໃນ ສປປ ລາວ ລວມມູນຄ່າທັງໝົດເປັນເງິນ 957.825.000 ກີບ, 157.777 ໂດລາ ແລະ 7.150.000 ບາດ. ພ້ອມນັ້ນ, ສະຫາຍ ຍັງໄດ້ມີຄຳເຫັນໂອລົມຕໍ່ຄະນະບໍລິຫານງານ ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດໃໝ່ ທີ່ຈະສືບຕໍ່ປະຕິບັດໜ້າທີ່ສໍາຄັນ ແລະ ມີກຽດນີ້ ຈົ່ງນໍາພາການເຄື່ອນໄຫວວຽກງານຂອງສະມາຄົມ ຢ່າງຫ້າວຫັນ ຕາມພາລະບົດ ບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ ທີ່ພັກ-ລັດ ມອບໝາຍໃຫ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ຈະເລີນງອກງາມ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

