Homeຂ່າວຕ່າງປະເທດກອງປະຊຸມລັດຖະມົນຕີການເງິນ ຂອງເອເປັກຄັ້ງທີ 33 ອັດລົງດ້ວຍຜົນສຳເລັດຫລາຍດ້ານ

ກອງປະຊຸມລັດຖະມົນຕີການເງິນ ຂອງເອເປັກຄັ້ງທີ 33 ອັດລົງດ້ວຍຜົນສຳເລັດຫລາຍດ້ານ

ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 21 ຕຸລານີ້, ກອງປະຊຸມລັດຖະມົນຕີການເງິນຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກ (APEC) ຄັ້ງທີ 33 ໄດ້ອັດລົງຢູ່ເຂດບໍລິຫານພິເສດຮົງກົງຂອງ ສປ ຈີນ. ມີຜູ້ຕາງໜ້າ 300 ກວ່າຄົນ ທີ່ມາຈາກກຸ່ມເສດຖະກິດສະມາຊິກ APEC , ປະເທດສັງເກດການ APEC ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມໄດ້ພິຈາລະນາຮັບຜ່ານ “ຖະແຫລງການຮ່ວມລັດຖະມົນຕີການເງິນ APEC ປີ 2026” ແລະ “ຖະແຫລງການນະໂຍບາຍການລະດົມທຶນກໍ່ສ້າງພື້ນຖານໂຄງລ່າງດິຈີຕອນອາຊີ-ປາຊີຟິກ”, ໄດ້ຊີ້ທິດທາງຢ່າງຈະແຈ້ງຕໍ່ການລົງເລິກການຮ່ວມມືດ້ານການເງິນ ແລະ ທະນາຄານຂອງກຸ່ມເສດຖະກິດອາຊີ-ປາຊີຟິກ. ກອງປະຊຸມຍັງໄດ້ນຳສະເໜີເອກະສານ ກ່ຽວກັບໝາກຜົນຕ່າງໆ ເຊັ່ນ: “ບົດລາຍງານ ນະໂຍບາຍການເງິນດ້ານການສະໜັບສະໜູນການພັດທະນາດ້ານຊີວິດການເປັນຢູ່ຂອງປະຊາຊົນ ແລະ ລົງທຶນແກ່ປະຊາຊົນ ເພື່ອຊຸກຍູ້ໃຫ້ເຂດອາຊີ-ປາຊີຟິກ ມີການເຕີບໂຕແບບຍືນຍົງ” “ເອກະສານເກັບໂຮມຕົວຢ່າງການປະຕິບັດການປະດິດສ້າງໃໝ່ດ້ານທະນາຄານ ທີ່ໃຫ້ຜົນປະໂຫຍ ແກ່ປະຊາຊົນທົ່ວໄປເຂດອາຊີ-ປາຊີຟິກ”ແລະ ອື່ນໆ, ແລະເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນ ແລະ ຮ່ວມມື ລະຫວ່າງບຸກຄະລາກອນດ້ານການເງິນ ແລະ ເສດຖະກິດຊາວໜຸ່ມຢູ່ເຂດອາຊີ-ປາຊີິຟິກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments