Homeຂ່າວຕ່າງປະເທດອີຢູ ປະກາດຍຸດທະສາດໃໝ່ກ່ຽວກັບຂົ້ວໂລກເໜືອ

ອີຢູ ປະກາດຍຸດທະສາດໃໝ່ກ່ຽວກັບຂົ້ວໂລກເໜືອ

ວິທະຍຸກະຈ່າຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ສະຫະພາບເອີຣົບ (ອີຢູ) ໄດ້ປະກາດຍຸດທະສາດໃໝ່ ກ່ຽວກັບຂົ້ວໂລກເໜືອ, ເພື່ອແນໃສ່ເພີ່ມທະວີ ຄວາມໝັ້ນຄົງ, ປົກປ້ອງພື້ນຖານໂຄງລ່າງ ສຳຄັນ ແລະ ເປີດກວ້າງ ການຮ່ວມມື ດ້ານເສດຖະກິດ ຢູ່ພາກພື້ນ ໃນສະພາບທີ່ການຂັດແຍ້ງດ້ານພູມສາດ ການເມືອງເພີ່ມຂຶ້ນ ແລະ ການປ່ຽນແປງ ຂອງດິນຟ້າອາກາດ ມີການຜັນແປ ຢ່າງໄວວາ. ຍຸດທະສາດດັ່ງກ່າວ ໄດ້ກຳນົດສີ່ບູລິມະສິດ, ລວມມີ: ເພີ່ມທະວີ ຄວາມໝັ້ນຄົງ ແລະ ຄວາມສາມາດຕ້ານທານ; ການຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ; ຊຸກຍູ້ຄວາມວັດທະນາຖາວອນ; ສ້າງໂອກາດໃຫ້ແກ່ ປະຊາຊົນ ແລະ ຊຸມຊົນ ຢູ່ຂົ້ວໂລກເໜືອ. ອີຢູ ຈະຮ່ວມມືກັບ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ເພື່ອເພີ່ມທະວີ ກຳລັງຄວາມສາມາດຮັບມື, ປົກປ້ອງ ພື້ນຖານໂຄງລ່າງ ທີ່ສຳຄັນ ແລະ ເພີ່ມທະວີ ຄວາມສາມາດ ໃນສະພາບເງື່ອນໄຂ ທີ່ຮ້າຍແຮງຢູ່ພາກພື້ນ; ຄາດວ່າ ອີຢູ ກໍ່ຈະສ້າງຕັ້ງສູນຄວາມໝັ້ນຄົງ ທາງທະເລ ເພື່ອໜູນຊ່ວຍ ບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື ໃນການແລກປ່ຽນຂໍ້ມູນ, ຍົກສູງກຳລັງຄວາມສາມາດ ໃນການຕິດຕາມການເຄື່ອນໄຫວທາງທະເລ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments