ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າມູນຄ່າ 108.610 ໂດລາສະຫະລັດ ເພື່ອປະຕິບັດໂຄງການປັບປຸງລະບົບນ້ຳປະປາໃນແຂວງສາລະວັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າຂັ້ນຮາກຖານ (GGP) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 3 ບ້ານເປົ້າໝາຍ. ໂຄງການດັ່ງກ່າວ ຈະສະໜັບສະໜູນທຶນຮອນໃນການຂະຫຍາຍທໍ່ນ້ຳປະປາ ຈາກລະບົບທໍ່ສົ່ງນ້ຳທີ່ມີຢູ່ໃນປັດຈຸບັນ ໄປເຖິງ 3 ບ້ານ ຄື: ບ້ານນາພະບາງໃຫຍ່, ບ້ານນາທົ່ມ ແລະ ນາພະບາງນ້ອຍ ເມືອງລະຄອນເພັງ ແຂວງສາລະວັນ ເພື່ອຍົກລະດັບການເຂົ້າເຖິງນ້ຳທີ່ສະອາດ ແລະ ປອດໄພຂອງປະຊາຊົນໃນຊຸມຊົນ.
ພິທີເຊັນສັນຍາຊ່ວຍເຫລືອດັ່ງກ່າວ ຈັດຂຶ້ນໃນວັນທີ 20 ຕຸລາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການລົງນາມ ລະຫວ່າງ ທ່ານ ໂຄອິຊຶມິ ຊິໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ສຽວສະຫວາດ ນາມເສນາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງລະຄອນເພັງ ໂດຍມີ ທ່ານ ດາວວົງ ພອນແກ້ວ ເລຂາຄະນະພັກແຂວງສາລະວັນ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ໂຄອິຊຶມິ ຊິໂຕະມຸ ໄດ້ກ່າວວ່າ: ເຖິງວ່າຢູ່ເທສະບານເມືອງລະຄອນເພັງ ໄດ້ມີການຕິດຕັ້ງລະບົບນ້ຳປະປາແລ້ວ, ແຕ່ປະຊາຊົນໃນ 3 ບ້ານຍັງບໍ່ສາມາດເຂົ້າເຖິງນ້ຳສະອາດໄດ້ ຈຳເປັນຕ້ອງໄດ້ອາໄສນ້ຳຈາກບໍ່ບາດານເລິກ ແລະ ນ້ຳຝົນ ເປັນຕົ້ນຕໍ. ໂຄງການດັ່ງກ່າວ, ຈະໄດ້ຂະຫຍາຍທໍ່ນ້ຳປະປາ ເພື່ອເຊື່ອມຕໍ່ທໍ່ສົ່ງນ້ຳໃໝ່ເຂົ້າກັບລະບົບນ້ຳປະປາຂອງໂຮງງານນ້ຳປະປາທີ່ມີຢູ່ແລ້ວ ໄປຍັງ 3 ບ້ານດັ່ງກ່າວ, ຊຶ່ງໂຮງງານດັ່ງກ່າວ ກໍໄດ້ຮັບການຊ່ວຍເຫລືອຈາກ JICA ໃນການສະໜອງນ້ຳສະອາດທີ່ປອດໄພເຊັ່ນກັນ. ພາຍຫລັງທີ່ການກໍ່ສ້າງສຳເລັດແລ້ວ, ຈະຊ່ວຍປະກອບສ່ວນເຮັດໃຫ້ສະພາບແວດລ້ອມການເປັນຢູ່ ແລະ ສຸຂານາໄມຂອງປະຊາຊົນໃນ 3 ບ້ານຈະໄດ້ຮັບການປັບປຸງໃຫ້ດີຂຶ້ນໂດຍໄວ.
ໂຄງການ GGP ແມ່ນການສະໜອງທຶນທີ່ຈຳເປັນ ໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫລັກ.
ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແຂວງສາລະວັນ ລວມມູນຄ່າຫລາຍກວ່າ 2.035.000 ໂດລາສະຫະລັດ ເປັນຕົ້ນ ດ້ານສາທາລະນະສຸກ, ການສຶກສາ ແລະ ພື້ນຖານໂຄງລ່າງ ໃນໄລຍະຜ່ານມາ. ປະເທດຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອປະເທດລາວ ໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

