Homeຂ່າວຕ່າງປະເທດສປ ຈີນ ຈັດກອງປະຊຸມລັດຖະມົນຕີການເງິນ ເອເປັກ ຄັ້ງທີ 33

ສປ ຈີນ ຈັດກອງປະຊຸມລັດຖະມົນຕີການເງິນ ເອເປັກ ຄັ້ງທີ 33

ວິທະຍຸ ໂທລະພາບສູນກາງຈີນ, ວັນທີ​ 20 ຕຸລານີ້, ກອງປະຊຸມລັດຖະມົນຕີການເງິນ ຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກ (APEC) ຄັ້ງທີ 33 ໄດ້ໄຂຂຶ້ນຢູ່ເຂດບໍລິຫານພິເສດຮົງກົງ ຂອງ ສປ ຈີນ. ທ່ານ ລານຟໍ ອານ, ລັດຖະມົນຕີກະຊວງການເງິນຈີນ ເປັນປະທານ ຂອງປະຊຸມ, ນຳພາຄະນະຜູ້ແທນຈີນ ເຂົ້າຮ່ວມ ແລະ ເປັນເຈົ້າພາບຂອງກອງປະຊຸມດັ່ງ ກ່າວ. ໃນໂອກາດນີ້ ທ່ານ ລານຟໍອານ ໄດ້ກ່າວຄຳປາໄສວ່າ: ບັນດາຝ່າຍຄວນຍຶດໝັ້ນຈັດຕັ້ງປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະພາບກັນ ຂອງກອງປະຊຸມບໍ່ເປັນທາງການຂອງຜູ້ນຳ APEC, ເພື່ອປະກອບສ່ວນເຂົ້າໃນຄວາມ ຈະເລີນຮຸ່ງເຮືອງຂອງພາກພື້ນ. ກ່ອນອື່ນເພີ່ມທະວີການສົນທະນາດ້ານນະໂຍບາຍເສດຖະກິດມະຫາພາກ, ປົກປັກຮັກສາສະຖຽນລະພາບດ້ານເສດຖະກິດການເງິນຂອງພາກພື້ນ. ສອງ, ເລັ່ງລັດການຫັນປ່ຽນຮູບແບບເສດຖະກິດ, ເພີ່ມທະວີຄວາມໜຽວແໜ້ນດ້ານເສດຖະກິດ, ບົ່ມເພາະສ້າງຈຸດເຕີບໂຕດ້ານເສດຖະກິດອັນໃໝ່. ສາມ, ຍຶດໝັ້ນການພັດທະນາເປັນບຸລິມະສິດ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມ, ລົງເລິກການຮ່ວມມືຕົວຈິງໃນຂົງເຂດການເງິນ ແລະ ທະນາຄານ, ສ້າງສະພາບແວດລ້ອມເສດຖະກິດ ພາກພື້ນແບບເປີດປະຕູສູ່ພາຍນອກ, ໃນເວລາດຽວກັນກໍຕ້ອງຮັກສາຄວາມໝັ້ນທ່ຽງ ແລະ ຄວາມສະດວກຂອງຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງ, ເພື່ອຊຸກຍູ້ການເຊື່ອມໂຍງເຂົ້າກັນດ້ານເສດຖະກິດຂອງພາກພື້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments