Homeຂ່າວໜ້າໜຶ່ງສສຊ ເຂດເລືອກຕັ້ງທີ 14 ສະເໜີລັດຖະບານແກ້ໄຂ 3 ບັນຫາຮີບດ່ວນ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ

ສສຊ ເຂດເລືອກຕັ້ງທີ 14 ສະເໜີລັດຖະບານແກ້ໄຂ 3 ບັນຫາຮີບດ່ວນ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ

ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ສະເໜີ 3 ບັນຫາຮີບດ່ວນຕໍ່ລັດຖະບານ ໃນກອງປະຊຸມສະພາແຫ່ງຊາດ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ເພື່ອສຸມໃສ່ແກ້ໄຂບັນຫາເສັ້ນທາງຄົມມະນາຄົມ ແລະ ພື້ນຖານໂຄງລ່າງ, ການຍົກລະດັບຊີວິດການເປັນຢູ່ ແລະ ການຊ່ວຍເຫລືອເຂດຫ່າງໄກສອກຫລີກ ລວມທັງການປັບປຸງກົນໄກປະສານງານ ແລະ ຈັດສັນງົບປະມານສຳລັບວຽກງານຕິດຕາມກວດກາ ເພື່ອພັດທະນາຊີວິດການຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ທ່ານ ດາວວົງ ພອນແກ້ວ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X (ລະຫວ່າງ ວັນທີ 5-21 ຕຸລາ 2026) ວ່າ: ໃນໄລຍະ 9 ເດືອນຜ່ານມາ, ພາຍຫລັງການເລືອກຕັ້ງ ສສຊ ຊຸດທີ X, ຄະນະ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ສຸມໃສ່ປະຕິບັດພາລະບົດບາດຢ່າງຕັ້ງໜ້າ ແລະ ຍາດໄດ້ຜົນງານພົ້ນເດັ່ນໃນ 4 ດ້ານ ເປັນຕົ້ນແມ່ນ 1. ດ້ານນິຕິກຳ, ໄດ້ເຂົ້າຮ່ວມທາບທາມຮ່າງກົດໝາຍສຳຄັນ 7 ຄັ້ງ ເຊັ່ນ: ກົດໝາຍຈັດຊື້ຈັດຈ້າງດ້ວຍທຶນຂອງລັດ, ທາງຫລວງ, ຕ້ານອາຊະຍາກຳຄອມພິວເຕີ, ແຮ່ທາດ ແລະ ການບິນພົນລະເຮືອນ ແລະ ຮ່າງດຳລັດ 2 ຄັ້ງ ເພື່ອນຳເອົາຄວາມເປັນຈິງ ແລະ ຜົນປະໂຫຍດຂອງທ້ອງຖິ່ນເຂົ້າສູ່ນິຕິກຳ.

2. ດ້ານການລົງພົບປະປະຊາຊົນ, ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ 8 ເມືອງ, 34 ຈຸດ, 208 ບ້ານ, ມີຜູ້ເຂົ້າຮ່ວມ 6.668 ເທື່ອຄົນ. ນອກນີ້,ຍັງໄດ້ລະດົມເຄື່ອງບັນເທົາທຸກ ແລະ ອຸປະກອນການຮຽນ-ກິລາ ເພື່ອຊ່ວຍເຫລືອຄອບຄົວທຸກຍາກ ແລະ ໂຮງຮຽນເຂດຫ່າງໄກສອກຫລີກ ພ້ອມທັງປະກອບສ່ວນຟື້ນຟູໄພນ້ຳຖ້ວມຈຳນວນ 500 ລ້ານດົ່ງ ຈາກສະພາປະຊາຊົນນະຄອນດານັງ ສສ ຫວຽດນາມ.

3. ດ້ານການປົກປ້ອງສິດ ແລະ ແກ້ໄຂຄຳຮ້ອງທຸກ, ໄດ້ຄົ້ນຄວ້າ-ສົ່ງຕໍ່ຄຳຮ້ອງຂໍຄວາມເປັນທຳ 5 ເລື່ອງ, ຄຳສະເໜີ 8 ເລື່ອງ ແລະ ໃຫ້ຄຳປຶກສາທາງກົດໝາຍ 12 ເລື່ອງ, ມີຜູ້ເຂົ້າຮັບຄຳປຶກສາ 167 ເທື່ອຄົນ, ພ້ອມທັງ ສົ່ງຕໍ່ຄຳສະເໜີຜ່ານສາຍດ່ວນກອງປະຊຸມສະພາ 17 ເລື່ອງ ຈາກ 68 ສາຍ ໄປຍັງຂະແໜງການກ່ຽວຂ້ອງຢ່າງທັນການ.

4. ດ້ານການຕົກລົງບັນຫາສຳຄັນ, ໄດ້ປະກອບສ່ວນຮັບຮອງການສ້າງຕັ້ງ 38 ຕາແສງ ເພື່ອເຮັດໃຫ້ການບໍລິຫານລັດມີຄວາມໃກ້ຊິດກັບປະຊາຊົນຫລາຍຂຶ້ນ, ພ້ອມທັງຮັບຮອງແຜນງົບປະມານແຫ່ງລັດ, ໂຄງການລົງທຶນ ແລະ ແຜນງົບປະມານກອງທຶນທາງ ເພື່ອສ້ອມແປງທາງຫລວງແຫ່ງຊາດ ແລະ ທ້ອງຖິ່ນ, ຮັບຮອງແຜນການຈັດສັນ ແລະ ວາງແຜນນຳໃຊ້ ທີ່ດິນເມືອງວາປີ ແຂວງສາລະວັນ.

ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້, ໃນນາມຕົວແທນຂອງປະຊາຊົນເຂດເລືອກຕັ້ງທີ 14, ພວກເຮົາໄດ້ສັງລວມເອົາບັນດາຂໍ້ສະເໜີ ແລະ ຄວາມມຸ່ງມາດປາຖະໜາອັນຮີບດ່ວນຂອງປະຊາຊົນ ເພື່ອສະເໜີຕໍ່ກອງປະຊຸມດັ່ງນີ້: ບັນຫາທີໜຶ່ງ. ບັນຫາເສັ້ນທາງຄົມມະນາຄົມ ແລະ ພື້ນຖານໂຄງລ່າງ. ປະຊາຊົນສະເໜີໃຫ້ລັດຖະບານ ແລະ ຂະແໜງການສູນກາງ ເລັ່ງຈັດສັນງົບປະມານບູລະນະສ້ອມແປງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນທີ່ເປ່ເພ ເພື່ອອຳນວຍຄວາມສະດວກໃນການສັນຈອນ ແລະ ການຂົນສົ່ງຜົນຜະລິດກະສິກຳ; ບັນຫາທີສອງ. ຊີວິດການເປັນຢູ່ ແລະ ການຊ່ວຍເຫລືອເຂດຫ່າງໄກສອກຫລີກ: ສະເໜີການແກ້ໄຂການປະກອບອາຊີບແບບຍືນຍົງ, ການແກ້ໄຂການປະລະການຮຽນ, ການເຂົ້າເຖິງແຫລ່ງທຶນເພື່ອພັດທະນາຊີວິດການຢູ່ຂອງປະຊາຊົນ, ພ້ອມທັງນະໂຍບາຍຊ່ວຍເຫລືອປະຊາຊົນຜູ້ດ້ອຍໂອກາດ, ໂຮງຮຽນ ແລະ ສຸກສາລາ ຢູ່ເຂດຊົນນະບົດຫ່າງໄກສອກຫລີກ; ບັນຫາທີສາມ, ການປັບປຸງກົນໄກປະສານງານ ແລະ ງົບປະມານກວດກາ: ສະເໜີໃຫ້ມີການປັບປຸງກົນໄກປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ວ່ອງໄວຂຶ້ນ, ພ້ອມທັງສະໜັບສະໜູນດ້ານພາຫະນະ ແລະ ງົບປະມານອັນສະເພາະໃຫ້ແກ່ການເຄື່ອນໄຫວຕິດຕາມກວດກາ ເພື່ອໃຫ້ສາມາດລົງເຖິງຮາກຖານ ເຂົ້າເຖິງປະຊາຊົນໄດ້ຢ່າງທົ່ວເຖິງ.

ທ່ານ ດາວວົງ ຍັງໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທີ່ໄດ້ໃຫ້ຄວາມໄວ້ວາງໃຈ ເລືອກຕັ້ງຄະນະ ສສຊ ພວກເຮົາ ໃຫ້ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ບັນດາທ່ານ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະຍົກສູງຄວາມຮັບຜິດຊອບ, ຕັ້ງໜ້າປະຕິບັດໜ້າທີ່ຕາມລັດຖະທຳມະນູນ ແລະ ກົດໝາຍ, ຈະຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້, ທ່ານຍັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກທ່ານ ຂໍໃຫ້ສືບຕໍ່ມີສ່ວນຮ່ວມຢ່າງຕັ້ງໜ້າໃນການສ້າງສາພັດທະນາປະເທດຊາດ ແລະ ທ້ອງຖິ່ນ, ພ້ອມທັງຄໍາຄິດຄໍາເຫັນ ແລະ ຄວາມມຸ່ງມາດປາຖະໜາມາຍັງພວກເຮົາຜ່ານການພົບປະໂດຍກົງ, ຜ່ານຫ້ອງການຄະນະ ສສຂ ປະຈໍາເມືອງ ຫລື ຜ່ານລະບົບໂທລະສັບສາຍດ່ວນ ໃນໄລຍະດໍາເນີນກອງປະຊຸມສະພາແຫ່ງຊາດ,ຂໍສະເໜີ ຫລື ຄຳຄິດເຫັນຂອງພໍ່ແມ່ປະຊາຊົນ ແມ່ນແຫລ່ງກຳລັງໃຈ ແລະ ເຂັມທິດເຍືອງທາງໃນການປະຕິບັດໜ້າທີ່ ເພື່ອຜົນປະໂຫຍດສູງສຸດຂອງປະເທດຊາດ ແລະ ປະຊາຊົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments