ກອງປະຊຸມໂຕະມົນພຸດທະສາສະໜາ ໜານໄຫ່ ຄັ້ງທີ 11 ຈະຈັດໃນວັນທີ 25-30 ຕຸລາ 2026 ຢູ່ນະຄອນຫລວງວຽງຈັນ ຄາດວ່າຈະມີຜູ້ແທນທີ່ເປັນປະມຸກສົງ, ສະມາຄົມ-ມູນນິທິ, ນັກປາດ, ແຂກຜູ້ຊົງກຽດຈາກ 31 ປະເທດ ແລະ ມີຜູ້ແທນເຂົ້າຫລາຍກວ່າ 400 ອົງ.
ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ), ຫົວໜ້າຫ້ອງການບໍລິຫານສູງກາງ ອພສ ໄດ້ກ່າວໃນງານຖະແຫລງຂ່າວ ໃນວັນທີ 20 ຕຸລາ 2026 ວ່າ: ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ່ ເອີ້ນຫຍໍ້ວ່າ ກອງປະຊຸມໂຕະມົນ ຈາກເລີ່ມຕົ້ນມີພຽງ 7 ປະເທດເຂົ້າຮ່ວມ, ປັດຈຸບັນມີເກືອບ 30 ປະເທດເຂົ້າຮ່ວມ.ຕະຫລອດໄລຍະ 10 ປີ ຜ່ານມາ, ກອງປະຊຸມດັ່ງກ່າວ ໄດ້ຍົກລະດັບຂຶ້ນເລື້ອຍໆ ແລະ ບັນດປະເທດສະມາຊິກຜັດປ່ຽນກັນເປັນເຈົ້າພາບ. ສໍາລັບກອງປະຊຸມຄັ້ງທີ 11 ແມ່ນຈະຈັດຢູ່ນະຄອນຫລວງວຽງຈັນ ເພື່ອເປັນການຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ, ເສີມສ້າງຄວາມສາມັກຄີປອງດອງ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ທີ່ໝັ້ນໜຽວໃນທຸກສະພາບການ, ເສີມສ້າງຄວາມສາມັກຄີ, ສັນຕິພາບ ແລະ ແລກປ່ຽນບົດຮຽນໃນການພັດທະນາພຸດທະສາສະໜາ, ຍົກສູງບົດບາດຂອງ ສປປ ລາວ ແລະ ອົງການພຸດທະສາສະໜາລາວໃນເວທີພາກພື້ນ ແລະ ສາກົນ, ຮ່ວມມືກັບພະສົງປະເທດເພື່ອນມິດ ແລະ ສາກົນ ສ້າງໂອກາດໃຫ້ພະສົງ ແລະ ບຸກຄະລາກອນທາງສາສະໜາຂອງລາວ ໄດ້ແລກປ່ຽນຮ່ວມກັນ.
ກອງປະຊຸມໂຕະມົນພຸດທະສາສະໜາດັ່ງກ່າວ, ຈະດໍາເນີນກອງປະຊຸມປິ່ນອ້ອມເຊັ່ນ: ຕົ້ນກຳເນີດອັນດຽວກັນ ຮ່ວມປະນິທານດຽວກັນ ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ. ນອກຈາກນີ້, ຍັງຈະມີກອງປະຊຸມຍ່ອຍ 2 ຫົວຂໍ້ຄື: ເວທີຊາວໜຸ່ມໂຕະມົນພຸດທະສາສະໜາໜານໄຫ່, ເວທີການສຶກສາພຸດທະສາສະໜາໂຕະມົນໜານໄຫ່ 2026. ພ້ອມທັງຈະໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ແທນຈາກບັນດາປະເທດ ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບທິດທາງ ໃນການຮ່ວມມືກັນໃນອະນາຄົດ. ພ້ອມນີ້, ຄະນະຜູ້ແທນຍັງຈະໄດ້ໄປຢ້ຽມຢາມ ທັດສະນະສະຖານທີ່ສໍາຄັນທາງວັດທະນະທຳ ແລະ ທຳມະຊາດຢູ່ນະຄອນຫລວງວຽງຈັນ ແລະ ນະຄອນຫລວງພະບາງ.
ໂອກາດນີ້, ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ, ພະສົງ-ສາມະເນນ, ປະຊາຊົນໃນນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ ຈົ່ງຮ່ວມກັນເປັນເຈົ້າພາບທີ່ດີ, ຖືເອົາກອງປະຊຸມຄັ້ງປະຫວັດສາດນີ້, ເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວ, ສະແດງຄວາມຕ້ອນຮັບບັນດາຜູ້ແທນ ທີ່ມາຮ່ວມກອງປະຊຸມ ເຊື່ອໝັ້ນວ່າກອງປະຊຸມຄັ້ງນີ້, ຈະເປັນຂີດໝາຍໃໝ່ແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດຫລາຍຂຶ້ນ.

