ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ມູນຄ່າ 109.000 ໂດລາສະຫະລັດ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫລວງ ໃນແຂວງໄຊຍະບູລີ” ພາຍໃຕ້ໂຄງການຊ່ວຍເຫລືອລ້າຂັ້ນຮາກຖານ (GGP) ໂດຍການຮ່ວມລົງນາມມອບຮັບການຊ່ວຍເຫລືອ ລະຫວ່າງ ທ່ານ ໂຄອິຊຶມິ ຊິໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ຈັນທະວົງ ອ່ອນສົມລີ ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊຍະບູລີ, ມີ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະພັກແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ຊຶ່ງໂຄງການດັ່ງກ່າວ ມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນ ໂດຍການກໍ່ສ້າງຕຶກປິ່ນ ປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫລວງ ເມືອງໄຊຍະບູລີ.
ທ່ານ ໂຄອິຊຶມິ ຊິໂຕະມຸ ໄດ້ກ່າວວ່າ: ອາຄານປິ່ນປົວຂອງໂຮງໝໍນ້ອຍ ຫ້ວຍຂົວຫລວງ ໄດ້ສ້າງຂຶ້ນໃນປີ 1994, ມີການເປເພເສຍຫາຍຢ່າງໜັກໜ່ວງ, ອາຄານຍັງຕັ້ງຢູ່ເຂດຕ່ຳລຽບແຄມແມ່ນ້ຳຂອງ ຈຶ່ງເຮັດໃຫ້ເກີດນ້ຳຖ້ວມຕາມພື້ນທຸກໆຄັ້ງທີ່ມີຝົນຕົກໜັກ. ໂຄງການດັ່ງກ່າວ, ຈະໄດ້ກໍ່ສ້າງອາຄານປິ່ນ ປົວຫລັງໃໝ່ຢູ່ບ່ອນທີ່ປອດໄພ ແລະ ບໍ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຊຶ່ງເປັນຕອນດິນທີ່ພໍ່ແມ່ປະຊາ ຊົນໄດ້ກະກຽມໄວ້. ຂ້າພະເຈົ້າຫວັງວ່າ ພາຍຫລັງທີ່ອາຄານປິ່ນປົວຫລັງໃໝ່ກໍ່ສ້າງສຳເລັດ ຈະຊ່ວຍໃຫ້ສະພາບແວດລ້ອມການປິ່ນປົວໃນໂຮງໝໍນ້ອຍຫ້ວຍຂົວຫລວງ ໄດ້ຮັບການຍົກລະດັບໃຫ້ດີຍິ່ງຂຶ້ນ.
ໂຄງການຊ່ວຍເຫລືອລ້າຂັ້ນຮາກຖານ ແມ່ນການສະໜອງທຶນທີ່ຈຳເປັນ ໃຫ້ແກ່ໂຄງການຂະ ໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫລັກ.
ໄລຍະຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນແກ່ແຂວງໄຊຍະບູລີ ລວມເປັນມູນຄ່າຫລາຍກວ່າ 1.700.000 ໂດລາສະຫະລັດ ເປັນຕົ້ນ ໃນດ້ານການສຶກສາ, ສາທາລະນະສຸກ ແລະ ລະບົບນ້ຳລິນ. ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອປະເທດລາວ ໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

