ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງແຮງງານ ສ.ອາເມລິກາ ເປີດເຜີຍວ່າ: ຈໍານວນຜູ້ຍື່ນໃບຄຳຮ້ອງ ຂໍສະຫວັດດີການ ວ່າງງານຄັ້ງທຳອິດ ຈໍານວນ 1.000 ຄົນ ຫລຸດລົງ ມາຢູ່ໃນລະດັບ 199.000 ຄົນ ໃນອາທິດທີ່ຜ່ານມາ ເປັນຕົວເລກ ຕໍ່າກວ່າ ທີ່ກຳນົດໄວ້ 200.000 ຄົນ. ສຳລັບຕົວເລກ ຄ່າສະເລ່ຍ ໃນ 4 ອາທິດ ຂອງ ຈຳນວນຊາວ ສ.ອາເມລິກາ ທີ່ຍື່ນໃບຮ້ອງ ຂໍສະຫວັດດີການ ວ່າງງານຄັ້ງທຳອິດ ຊຶ່ງຖືເປັນ ມາດຕາວັດ ຕະຫລາດແຮງງານ ທີ່ດີກວ່າ ເນື່ອງຈາກ ຊ່ວຍລົບລ້າງ ຄວາມຜັນຜວນລາຍອາທິດນັ້ນ ໄດ້ເພີ່ມຂຶ້ນ ສູ່ລະດັບ 198.500 ຄົນ. ນອກຈາກນັ້ນ, ກະຊວງແຮງງານ ສ.ອາເມລິກາ ຍັງລາຍງານເພີ່ມຂຶ້ນອີກວ່າ ຈຳນວນ ຊາວ ສ.ອາເມລິກາ ທີ່ ຍັງສືບຕໍ່ ຍື່ນໃບຄຳຮ້ອງ ຮັບສະຫວັດດີການ ວ່າງງານ ຢ່າງຕໍ່ເນື່ອງ ໄດ້ຫລຸດລົງ 4.000 ຄົນ ມາຢູ່ໃນລະດັບ 1.710 ລ້ານຄົນ.
ສ.ອາເມລິກາ ເປີດເຜີຍ ຈຳນວນຜູ້ວ່າງງານຫລຸດລົງ
RELATED ARTICLES

