ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ຕຸລາ ຜ່ານມາວ່າ: ຮູບພາບເຫຼົ່ານີ້ສະແດງໃຫ້ເຫັນຜົນສະທ້ອນຈາກຝົນຕົກໜັກທີ່ນ້ຳຕົກຕາດ Iguazu ຊຶ່ງເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນທີ່ຕັ້ງຢູ່ຊາຍແດນລະຫວ່າງປະເທດບຣາຊິນ-ອາກຊັງຕິນ (ອາເຈນຕິນາ) ໃນອຸທະຍານແຫ່ງຊາດ Iguazu, ລັດ Paraná, ປະເທດບຣາຊິນ. ຝົນໄດ້ເຮັດໃຫ້ລະດັບນ້ຳເພີ່ມຂຶ້ນຜິດປົກກະຕິ, ລົ້ນລົງສູ່ທາງຍ່າງຂອງນ້ຳຕົກຕາດ, ເຮັດໃຫ້ເຈົ້າໜ້າທີ່ຕ້ອງສັ່ງປິດສະຖານທີ່ຊົ່ວຄາວເພື່ອຄວາມປອດໄພ ໃນວັນ 12 ຕຸລາ ຜ່ານມາ. ບໍລິສັດ Urbia+Cataratas ຜູ້ຮັບສຳປະທານທີ່ດຳເນີນງານສະຖານທີ່ທ່ອງທ່ຽວ ແລະ ສະຖາບັນ Chico Mendes ສຳລັບການອະນຸລັກຄວາມຫຼາກຫຼາຍທາງຊີວະພາບ ແລະ ອົງການຄຸ້ມຄອງອຸທິຍານ ສືບຕໍ່ຕິດຕາມກວດກາລະດັບນ້ຳ.
ບຣາຊິນ ປິດທາງຍ່າງການຊົມຂໍ້າຕົກຕາດ Iguazu ຊົ່ວຄາວຫຼັງຈາກຝົນຕົກໜັກ
RELATED ARTICLES

